ເພື່ອສ້າງຄວາມເຂັ້ມແຂງໃນການໃຫ້ການຊ່ວຍເຫຼືອເບື້ອງຕົ້ນດ້ານຈິດຕະສາດ (PFA) ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ (MHPSS) ໃນ ສປປ ລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກຊ ຮສສ) ໂດຍການສະໜັບສະໜູນຈາກ ອົງການຢູນິເຊັບ ແລະ ອົງການກອຍກ້າ, ໄດ້ຊ່ວຍເສີມສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນສັງຄົມສົງເຄາະທາງດ້ານ ການຊ່ວຍເຫຼືອເບື້ອງຕົ້ນດ້ານຈິດຕະສາດ ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ນັບຕັ້ງແຕ່ປີ 2021. ການຮ່ວມມືນີ້ເປັນສ່ວນໜຶ່ງຂອງ “ແຜນງານສ້າງຄວາມເຂັ້ມແຂງເພື່ອຮັບມືກັບດິນຟ້າອາກາດແບບປະສົມປະສານຢູ່ ແຂວງອັດຕະ ປື, 2019-2023” ເເລະ ໄດ້ຊ່ວຍສະໜັບສະໜູນການສ້າງ ແລະ ເປີດຕົວນໍາໃຊ້ ປື້ມຄູ່ມືໃຫ້ການຊ່ວຍເຫຼືອເບື້ອງຕົ້ນດ້ານ ຈິດຕະສາດ ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ແຫ່ງຊາດ ຄັ້ງທໍາອິດ ແລະ ຍັງໃຫ້ການສະໜັນສະໜູນການຝຶກອົບຮົມໃນຂັ້ນສູນກາງ ແລະ ຂັ້ນແຂວງອີກດ້ວຍ. ພ້ອມດຽວກັນນັ້ນ, ຍັງໄດ້ສ້າງ ແລະ ເຜີຍແຜ່ ຄໍາແນະນໍາກ່ຽວກັບ ສຸຂະພາບຈິດ ແລະ ຈິດຕະສັງຄົມ ສໍາລັບເດັກ, ໄວໜຸ່ມ ແລະ ພໍ່ແມ່ ເພື່ອໃຫ້ຊຸມຊົນມີຄວາມເຂົ້າໃຈຫຼາຍ ຂຶ້ນກ່ຽວກັບ ການເປັນຢູ່ທີ່ດີດ້ານຈິດໃຈເຊັ່ນດຽວກັນ. ໃນເດືອນ ກໍລະກົດ 2021, ກຊ ຮສສ ໄດ້ຈັດການຝຶກອົບຮົມຄູຝຶກ ກ່ຽວກັບວຽກງານ PFA ເເລະ MHPSS ເຊີ່ງໄດ້ເຂົ້າຮ່ວມໂດຍ 27 ຄົນ (ຍິງ 19 ຄົນ ເເລະ ຊາຍ 8 ຄົນ) ຈາກຂະແໜງການຕ່າງໆ, ລວມທັງ ສະຫວັດດີການສັງຄົມ, ສາທາ, ສຶກສາ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການຈັດຕັ້ງທາງສັງຄົມ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ຂອງເຂົາເຈົ້າໃນການລະບຸ ແລະ ຮັບມືກັບຄວາມຕ້ອງການທາງດ້ານຈິດຕະສັງຄົມຂອງ ເດັກ ແລະ ຜູ້ຍິງທີ່ມີຄວາມສ່ຽງໃນເຫດການວິກິດ ແລະ ທັງໄດ້ຊ່ວຍອໍານວຍຄວາມສະດວກໃນການຝຶກອົບຮົມໃຫ້ແກ່ແຂວງ ໄຊຍະບູລີ, ອັດຕະປື ແລະ ຊຽງຂວາງ. ຕັ້ງແຕ່ເດືອນສິງຫາ ປີ 2021, ໄດ້ມີບຸກຄະລາກອນສັງຄົມສົງເຄາະຈໍານວນ 132 ຄົນ (ຍິງ 54 ຄົນ ເເລະ ຊາຍ 78 ຄົນ) ທີ່ໄດ້ຮັບການຝຶກອົບຮົມຢ່າງສຳເລັດ.

“ການຝຶກອົບຮົມຄັ້ງນີ້ໄດ້ຍົກໃຫ້ເຫັນບັນດາຕົວຢ່າງ, ກໍລະນີປະຕິບັດ ແລະ ຄໍາແນະນໍາທີ່ເປັນປະໂຫຍດສໍາລັບນັກສັງຄົມສົງເຄາະ ແຖວໜ້າໃນການໃຫ້ຄວາມຊ່ວຍເຫຼືອເບື້ອງຕົ້ນດ້ານຈິດຕະສາດ ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ທີ່ຫຼາກຫຼາຍທີ່ສາມາດຕອບສະໜອງຄວາມຕ້ອງການຂອງຄົນທີ່ຖືກຜົນກະທົບ, ຈາກຮູບແບບໃຫ້ການຊ່ວຍເຫຼືອແບບສຸກເສີນສູ່ການຟື້ນຟູ ແລະ ສ້າງຄວາມອາດສາມາດໃນການດັດປັບໄດ້ໃນໄລຍະຍາວ,” ກ່າວໂດຍ ທ່ານ ຄໍາສຸກ ສົມພາວົງ, ຮອງຫົວໜ້າພະແນກປົກປ້ອງ ແລະ ຊ່ວຍເຫຼືອເດັກ, ກົມສັງຄົມສົງເຄາະ ຂອງ ກຊ ຮສສ.

ໜຶ່ງໃນຜູ້ເຂົ້າຮ່ວມຝຶກອົບຮົມທີ່ຈັດຂຶ້ນຢູ່ ແຂວງ ຊຽງຂວາງ ໃນເດືອນ ເມສາ ປີ 2022 ນັ້ນເເມ່ນ ທ່ານ ພອນໄຊ ແສງພະຈັນ, ຕົວແທນຈາກ ຫ້ອງການຊາວໜຸ່ມເມືອງ ຂອງ ແຂວງ ຊຽງຂວາງ. ທ່ານໄດ້ກ່າວວ່າ:

“ຂ້າພະເຈົ້່າໄດ້ເຮັດວຽກກັບຊຸມຊົນມາເປັນເວລາ 10 ປີ ເເລະ ສິ່ງທ້າທາຍທີ່ພວກເຮົາໄດ້ພົບພໍ້ສະເໜີກໍຄື ການໂອ້ລົມນໍາຊຸມຊົນກ່ຽວກັບສຸຂະພາບຈິດ. ໃນການຝຶກອົບຮົມຄັ້ງນີ້, ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບການເຂົ້າເຖິງຜູ້ລອດຊີວິດ ແລະ ຄໍາແນະນໍາທີ່ສໍາຄັນກ່ຽວກັບການສື່ສານ, ຂ້າພະເຈົ້າຈະນໍາເອົາຄວາມຮູ້ເຫຼົ່ານີ້ໄປແບ່ງປັນໃຫ້ກັບເພື່ອນຮ່ວມງານ”. ຄູ່ມືຝຶກອົບຮົມຍັງໄດ້ຖືກຮັບຮອງ ແລະ ຖືກດັດປັບເພື່ອນໍາໃຊ້ໂດຍ ກະຊວງ ສຶກສາທິການ ແລະ ກິລາ ແລະ ການຝຶກອົບຮົມການໃຫ້ຄໍາປຶກສາຂອງ ມະຫາວິທະຍາໄລແຫ່ງຊາດ. ອີງໃສ່ບົດຮຽນທີ່ຖອດຖອນໄດ້ ແລະ ຜົນໄດ້ຮັບທີ່ດີຈາກຜູ້ເຂົ້າຮ່ວມຝຶກອົບຮົມ, ກຊ ຮສສ ແລະ ອົງການ ຢູນິເຊັບ ໄດ້ວາງແຜນເພື່ອຂະຫຍາຍການຝຶກອົບຮົມກ່ຽວກັບ PFA ແລະ MHPSS ໃຫ້ທົ່ວທຸກແຂວງ ໃນ ສປປ ລາວ. “ຈາກເຫດການສຸກເສີນນໍ້າຖ້ວມຢູ່ແຂວງ ອັດຕະປື ໃນປີ 2018 ແລະ 2019 ແລະ ການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ຄວາມຕ້ອງການ ການບໍລິການ ສະໜັບສະໜູນທາງດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມທີ່ດີເພີ່ມຂຶ້ນໃນ ສປປ ລາວ. ອົງການ ຢູນິເຊັບ ມີຄວາມພູມໃຈເປັນຢ່າງຍິ່ງທີ່ໄດ້ສະໜັບສະໜູນການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານສັງຄົມສົງເຄາະ ໃນການໃຫ້ການບໍລິການຊ່ວຍເຫຼືອຊີວິດຂອງປະຊາຊົນທີ່ມີຄວາມຕ້ອງການ.” ກ່າວໂດຍ ທ່ານ ນາງ Young Joo Lee, ຮັກສາການແທນ ຫົວໜ້າ ພະແນກປົກປ້ອງເດັກ, ອົງການຢູນິເຊັບ ປະຈໍາ ສປປ ລາວ.

#ພາບ-ຂ່າວ:Somsavanh Ounthavy, Karen Ho

LEAVE A REPLY

Please enter your comment!
Please enter your name here