ໃນຕອນເຊົ້າຂອງວັນທີ 2 ມີຖຸນາ 2022 ນີ້ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ຈັດພິທີມອບຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ໃຫ້ແກ່ອໍານາດການປົກຄອງ ແລະ ຍາດພີ່ນ້ອງ ເພື່ອຮັບເອົາຜູ້ກະທໍາຜິດກັບຄືນເຮືອນຊານ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັອ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ, ທ່ານ ແສງເດືອນ ໄຊຍະເດັດ ຮອງຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ ແລະ ທ່ານ ສີພອນ ວັນນະວົງ ຫົວໜ້າພະແນກເສນາ ກອງພັນໃຫຍ່ 101, ມີຕາງໜ້າອໍານາດການປົກຄອງແຂວງຊຽງຂວາງ ຕະຫຼອດຮອດຍາດພີ່ນ້ອງ ແລະ ຜູ້ກະທໍາຜິດ ເຂົ້າຮ່ວມ.

ຊຶ່ງຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ເຂດຍອດນໍ້າເວ້ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ໃນຄັ້ງນີ້ ມີທັງໝົດ ຈໍານວນ 17 ຄົນ. ໃນນັ້ນແມ່ນມາຈາກ ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງບໍລິຄໍາໄຊ ແລະ ຢູ່ພາຍໃນແຂວງໄຊສົມບູນ ໂດຍຕໍ່ກັບການກະທໍາດັ່ງກ່າວ ແມ່ນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລຽບຮຽບຮ້ອບໃຫ້ແຂວງໄຊສົມບູນ ພ້ອມທັງຍັງສ້າງຄວາມສິ້ນເປືອງທາງດ້ານງົບປະມານໃນການແກ້ໄຂວຽກງານ. ນອກນັ້ນ ຖ້າຫາກມີກໍລະນີເກີດອຸປະຕິເຫດຕ່າງໆ ອາດຈະສົ່ງຜົນເຖິງສຸຂະພາບ, ຊີວິດ, ຊັບສິນຂອງພວກກ່ຽວ ແລະ ຂອງລັດ ຊຶ່ງເປັນການກະທໍາ ທີ່ຜິດຕໍ່ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍແຮ່ທາດ. ໂອກາດດັ່ງກ່າວ ທ່ານ ພັອ ອິນປັນ ຍາດຕິວົງ ໄດ້ມີຄໍາເຫັນໂອ້ລົມ ເພື່ອເປັນການສຶກສາອົບຮົມ ຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ແຂວງໄຊສົມບູນ ໂດຍທ່ານໄດ້ຍົກເອົາບັນດາກົດໝາຍຕ່າງໆ ທີ່ຕິດພັນກັບວຽກງານດັ່ງກ່າວ ມາເຜີຍແຜ່ເຊື່ອມຊຶມ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍ ຂອງພັກ ແລະ ລະບຽບກົດໝາຍຂອງລັດ ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ກະທໍາຜິດດັ່ງກ່າວ ຈົ່ງເອົາໃຈໃສ່ປັບປຸງຕົນເອງ ໄປໃນທາງທີ່ດີ ກໍຄືການທໍາມາຫາກິນ ດ້ວຍອາຊີບທີ່ສຸດຈະລິດ ບໍ່ຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ ເພື່ອຫັນເຂົ້າສູ່ການກະທໍາທີ່ຖືກຕ້ອງຕາມລະບຽບຫຼັກການ ແນໃສ່ຮັບປະກັນ ໃຫ້ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ ຢ່າງໜັກແໜ້ນ.

ບ.ກ: ຄໍາສາວ ເລືອງຄໍາທິບ

ຂ່າວ: ພາພອນ ນະວົງໄຊ

LEAVE A REPLY

Please enter your comment!
Please enter your name here