Saturday, October 19, 2024
Homeຂ່າວຕ່າງປະເທດກຳປູເຈຍ ໄຂງານມະຫາກຳກິລາ ຊີເກມ ຄັ້ງທີ32 ຢ່າງຍິ່ງໃຫຍ່

ກຳປູເຈຍ ໄຂງານມະຫາກຳກິລາ ຊີເກມ ຄັ້ງທີ32 ຢ່າງຍິ່ງໃຫຍ່

ຕາມ​ຂ່າວ​ຈາກ ວິທະຍຸ ສາ​ກົນ ຫວຽດນາມ, ທ່ານ ຮຸນ​ ເຊ​ນ (Hun Sen),ນາຍົກ ລັດຖະ ມົນຕີ ກຳປູ​ເຈຍ ​ໄດ້​ກ່າວ​​ ໄຂງານ​ ມະຫາ​ກຳ​ ກິລາ ອາຊີ ​ຕາ​ເວັນ​ອອກ ສຽງ​ໃຕ້ ຄັ້ງທີ 32 (SEA Games 32) ຢ່າງເປັນທາງການ ຢ່າງ​ຍິ່ງ​ໃຫຍ່ ​ແລະ ໜ້າ​ປະ​ທັບ​ໃຈ ດ້ວຍບັນດາ ລາຍການ ສະແດງ ສີລະປະ ຂອງ ນັກສິລະປິນ 1.000 ກວ່າຄົນ ແລະ ນັກກິລາ 2.000 ກວ່າຄົນ ພ້ອມ​ດ້ວຍ ​ຜູ້​ເຂົ້າຊົມ​ອີກ 70.000 ກວ່າ​ຄົນ ຢູ່​ສະໜາມກິລາມໍລະດົກ​ເຕ​ໂຊ(Morodok Techo) ຢູ່​ນະຄ​ອນຫລວງ ພະນົມ​ເປັນ.

ພ້ອມກັນ ຕ້ອນຮັບ ພິທີ ຍ່າງແຫ່ ຂະບວນ ຂອງ 11 ທັບກິລາ ຈາກ​ປະ​ເທດ ​ອາ​ຊຽນ.ສຳລັບ ທັບກິລາ ຫວຽດ ນາມ ໄດ້ສະເໜີຕົວ ຕໍ່ຜູ້ຊົມ ເປັນອັນດັບທີ 2 ຕາມຫລັງ ທັບກິລາ ປະເທດ ເຈົ້າພາບ ກຳປູເຈຍ. ນັກກິລາ ລອຍນ້ຳ ຫງວຽນ ຮຸຍຮວ່າງ ຂອງ ຫວຽດ ນາມ ເປັນກຽດ ຈັບທຸງຊາດ ຂອງທັບກິລາ ຫວຽດນາມ ​ໂດຍ​ມີ ບັນດາ ​ການ​ນຳ​ ຂັ້ນສູງ ຈາກ​ປະ​ເທດ ​ສະມາຊິກ ​ອາ​ຊຽນ ​ແລະ ​ຜູ້​ຊົມ​ ຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າຮ່ວມຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ.

ງານມະຫາ​ກຳ ກິລາ ຊີເກມ ຄັ້ງນີ້ ຈັດ​ຂຶ້ນ ລະຫວ່າງ ວັນທີ 5-17 ພຶດສະພາ 2023 ​ຊຶ່ງມີ​ ການ​ຊີງໄຊ ທັງໝົດ 584 ຫລຽນຄຳ ໃນຈຳນວນ 36 ປະເພດ ກິລາ, ມີນັກກິລາ ເຂົ້າຮ່ວມ ​ແຂ່ງຂັນ ທັງ​ໝົດ 6 ພັນກວ່າຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments