Saturday, October 19, 2024
Homeຂ່າວໜ້າໜຶ່ງງານກິລາຊີເກມ ຄັ້ງທີ 32 ກຳປູເຈຍ ເປັນເຈົ້າພາບ ໄຂຂຶ້ນເປັນທາງການ

ງານກິລາຊີເກມ ຄັ້ງທີ 32 ກຳປູເຈຍ ເປັນເຈົ້າພາບ ໄຂຂຶ້ນເປັນທາງການ

ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ກຳປູເຈຍ ໄດ້ຮັບກຽດເປັນເຈົ້າ ພາບຄັ້ງທຳອິດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 5 ພຶດ ສະພາ 2023 ທີ່ສະໜາມກິລາແຫ່ງຊາດຂອງກຳປູເຈຍ (ມໍຣະດອກ ເຕໂຊ) ຕັ້ງຢູ່ນະຄອນຫລວງພະນົມເປັນ ທ່າມກາງຜູ້ຊົມເຂົ້າຮ່ວມ 75.000 ຄົນ.

ໃຫ້ກຽດເຂົ້າຮ່ວມມີ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນ່ຽງເຊີໝ່ຽງ ຮອງປະທານ ຄະນະກຳມະການໂອແລມປິກສາກົນ ຫລື IOC ພ້ອມດ້ວຍຄະນະຜູ້ແທນ ຈາກບັນດາປະເທດເພື່ອນມິດ ແລະ 11 ຊາດສະມາຊິກອາຊຽນເຂົ້າຮ່ວມ ລວມໄປເຖິງ ຄະນະຮັບຜິດຊອບຈັດງານ, ຄະນະນຳ, ຄູຝຶກ, ນັກກິລາ, ນັກສະ ແດງ, ອາສາສະໝັກ ແລະ ມວນຊົນຢ່າງພ້ອມພຽງ.

ໃນພິທີເປີດງານຄັ້ງນີ້ ເຈົ້າພາບ ໄດ້ຈັດຫລາກຫລາຍການສະແດງ ເປັນຕົ້ນ ຮ້ອງເພງຕ້ອນຮັບແຂກຢ່າງອອນຊອນສວຍງາມ ແລະ ການສະແດງທີ່ສື່ ໃຫ້ເຫັນເຖິງການຕ້ອນຮັບທີ່ອົບອຸ່ນ, ຕົ້ນກຳເນີດຂອງກຳປູເຈຍ, ຄວາມງົດ ງາມຂອງອັງກໍວັດ ສະຖານທີ່ທ່ຽວທ່ຽວຊື່ດັງຂອງປະເທດ.

ຈາກນັ້ນ ກໍເຂົ້າສູ່ວາລະຂະບວນນັກກິລາ 11 ຊາດ ກ້າວເຂົ້າສູ່ສະໜາມ, ສຳ ລັບຄະນະນັກກິລາລາວ ຖືທຸງນຳທີມໂດຍ ທ້າວ ສຸລະສິດ ຄຳວົງສາ ຄູຝຶກເປ ຕັງທີມຊາດ ອະດີດນັກກິລາເປຕັງທີມຊາດລາວ ເຈົ້າຂອງຫລຽນຄຳຊີເກມ ຫລາຍສະໄໝ, ຫລັງຈາກນັ້ນ ກໍເຂົ້າສູ່ພິທີທາງການຕ່າງໆ ແລະ ການຈູດ ທວນໄຟ ຊຶ່ງເຈົ້າພາບເລືອກ ຊອນ ຊຽມເໝີຍ ນັກກິລາເທຄວັນໂດ ທີ່ສ້າງ ປະຫວັດສາດເປັນຄົນທຳອິດຂອງປະເທດ ສາມາດຍາດໄດ້ຫລຽນຄຳໃນງານ ກິລາເອຊຽນເກມ ແລະ ຫລຽນຄຳຊີເກມອີກ 3 ຫລຽນ ເປັນຜູ້ຈູດທວນໄຟ ດ້ວຍການໃຊ້ສະລິງເຫີນຟ້າໄປຈູດທວນໄຟ.

ງານກິລາຊີເກມຄັ້ງນີ້ ແຂ່ງຂັນລະຫວ່າງວັນທີ 5-17 ພຶດສະພາ 2023 ມິຊີງ ໄຊທັງໝົດ 584 ຫລຽນຄຳ ໃນ 36 ປະເພດກິລາ, ມີນັກກິລາເຂົ້າຮ່ວມຊີງໄຊ 6 ພັນກວ່າຄົນ, ສະເພາະ ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າ ຮ່ວມ 576 ຄົນ ໃນ 32 ປະພດກິລາ, ຕັ້ງເປົ້າສູ້ຊົນຍາດໃຫ້ໄດ້ 5 ຫລຽນຄຳ. ສ່ວນຫລຽນເງິນ ແລະ ຫລຽນທອງ ແມ່ນໃຫ້ໄດ້ຫລາຍກວ່າຄັ້ງຜ່ານມາ.

ຂ່າວ: Ekasanh Thipphachack

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments