Sunday, October 20, 2024
Homeຂ່າວຕ່າງປະເທດປະທານທະນາຄານໂລກຄົນໃໝ່ ພ້ອມແກ້ໄຂ ບັນຫາທ້າທາຍດ້ານການພັດທະນາ

ປະທານທະນາຄານໂລກຄົນໃໝ່ ພ້ອມແກ້ໄຂ ບັນຫາທ້າທາຍດ້ານການພັດທະນາ

ຕາມ​ຂ່າວ​ຈາກວໍ​ຊີງ​ຕັນ,​ ທ່ານ ອາ​ເຈຍ ບັງ​ກາ (Ajay Banga) ຊາວ​ອາ​ເມ​ລິ​ກາ​ເຊື້ອສາຍອິນ​ເດຍ ຈະ​ເປັນ​ປະທານ​ທະນາຄານ​ໂລກ​ຄົນ​ໃໝ່ ພ້ອມ​ແກ້​ໄຂບັນຫາທ້າ​ທາຍ​ດ້ານ​ການ​ພັດທະນາ ຫລັງ​ຈາກຄະນະ​ກຳມະການບໍລິຫານທະນາຄານ ​ໄດ້​ລົງມະຕິ​ ເປັນເອກະພາບກັນໃຫ້​ດຳລົງ​ຕຳ​ແໜ່​ງດັ່ງກ່າວ ​ໃນ​ໄລຍະ ​ເວລາ 5 ​ປີ ​ແລະ ຈະ​ເລີ່​ມຈັດຕັ້ງປະຕິບັດ​ໜ້າ​ທີ່ຢ່າງ​ເປັນ​ທາງ​ການ ​ໃນວັນ​ທີ 2 ມິຖຸນາ​ນີ້​ ເປັນຕົ້ນ​ໄປ ​ໂດຍ​ຮັບ​ ໜ້າ​ທີ່ ​ຕໍ່ຈາກທ່ານ​ ​ເດ​ວິດ ມໍລພາສ (David Malpass) ໄດ້ປະກາດ ​ລາ​ອອກ​ ກ່ອນ​ກຳນົດ. ​ໃນ​ໂອກາດ​ນີ້ ທ່ານ ​ໂຈ ​ໄບ​ເດນ​(Joe Biden),ປະທານາທິບໍດີ ສ.ອາ​ເມ​ລິ​ກາ ​ໄດ້​ຖະ​ແຫລ​ງວ່າ: ທ່ານ ບັງ​ກາ ຈະ​ຊ່ວຍ​ ຊຸກຍູ້​ ທະນາຄານ​ໂລກ ​ໃຫ້ມີ​ບົດ ບາດ ​ແກ້​ໄຂ​ບັນຫາ ທ້າ​ທາຍ​ຕ່າງໆ​ ຂອງ​ໂລກ ທີ່​ສົ່ງ​ຜົນ​ກະທົບ ​ໂດຍ​ກົງ​ກັບ​ ພາລະກິດ​ຫລັກ ຂອງ​ທະນາຄານ ​ໃນ​ການ​ຊ່ວຍ​ ຫລຸດຜ່ອນ ​ບັນຫາ ຄວາມທຸກ​ຍາກ ຊຶ່ງ​ສິ່ງ​ທ້າ​ທາຍ​ນີ້ ລວມ​ເຖິງ ການ​ປ່ຽນ​ແປງ ດິນ​ຟ້າ ​ອາກາດ ​ແລະ ການ​ແກ້​ໄຂ ບັນຫາ ​ເລື່ອງ​ເງິນ​ທຶນ ​ສຳລັບ​ ການ​ແກ້​ໄຂ​ ບັນຫາ​ ຂອງ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments