Sunday, October 20, 2024
Homeຂ່າວຕ່າງປະເທດຄົນເປັນພາວະຊຶມເສົ້າເພີ່ມຂຶ້ນໃນໄລຍະໂຄວິດ-19 ແຜ່ລະບາດ

ຄົນເປັນພາວະຊຶມເສົ້າເພີ່ມຂຶ້ນໃນໄລຍະໂຄວິດ-19 ແຜ່ລະບາດ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ຜົນວິໄຈການສຶກສາສະບັບໃໝ່ທີ່ເປີດເຜີຍໃນວາລະສານການແພດຈາມາ ເນັດເວີກ (JAMA Network) ລະບຸວ່າ ເດັກນ້ອຍ ແລະ ໄວໜຸ່ມມີອາການຊຶມເສົ້າເພີ່ມຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ການວິໄຈດັ່ງກ່າວໄດ້ກວດສອບ ແລະ ວິເຄາະການສຶກສາໄລຍະຍາວ 53 ອັນ ຊຶ່ງຄວບຄຸມເດັກນ້ອຍ ແລະ ໄວໜຸ່ມຫຼາຍກວ່າ 40.000 ຄົນ ໃນ 12 ປະເທດ ພົບວ່າ ກຸ່ມແມ່ຍິງ ແລະ ຜູ້ທີ່ມີລາຍໄດ້ຂ້ອນຂ້າງສູງມີອາການຊຶມເສົ້າເພີ່ມຂຶ້ນໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ-19. ຜົນການວິໄຈເຫຼົ່ານີ້ສາມາດຊ່ວຍສົ່ງມອບຂໍ້ມູນສຳລັບນະໂຍບາຍ ແລະ ການຮັບມືດ້ານສາທາລະນະສຸກ ເພື່ອຈັດການກັບບັນຫາທີ່ເປັນກັງວົນກ່ຽວກັບສຸຂະພາບຈິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments