Saturday, October 19, 2024
Homeຂ່າວຕ່າງປະເທດສ.ອາເມລິກາ ອະນຸມັດວັກຊິນປ້ອງກັນພະຍາດຮ້າຍແຮງ ຄັ້ງທຳອິດໃນໂລກ

ສ.ອາເມລິກາ ອະນຸມັດວັກຊິນປ້ອງກັນພະຍາດຮ້າຍແຮງ ຄັ້ງທຳອິດໃນໂລກ

ສຳນັກ​ຂ່າວ​AFP,ທ່ານ ປີ​ເຕີ ມາກ​ສ(Peter Marks),ເຈົ້າໜ້າທີ່ ອາວຸໂສ ຂອງອົງການອາຫານ ແລະ ຢາ ຂອງ​ ສ.ອາ​ເມ​ລິ​ກາ (FDA), ອະນຸມັດ Arexvyວັກຊີນ ປ້ອງ​ກັນ​ພະຍາດ RSV ຊະນິດ ທໍາອິດຖື​ເປັນຄວາມ​ສຳ​ເລັດ ຄັ້ງສຳຄັນ ​ທາງດ້ານ​ສາທາລະນະ​ສຸກ ​ໃນ​ການ​ປ້ອງ​ກັນ ພະຍາດ​ ທີ່​ເປັນ​ ອັນຕະລາຍ ຮ້າຍ​ແຮງ ​ເຖິງ​ຊີວິດ ​ເນື່ອງ​ຈາກ ພະຍາດRSV ຄື​ເຊື້ອ ​ພະຍາດ ​ທົ່ວ​ໄປ ທີ່​ເຮັດ​ໃຫ້​ເກີດ ອາການ​ ຄ້າຍ​ເປັນ ​ໄຂ້ຫວັດ ສຳລັບ ​ເດັກນ້ອຍ ​ແລະ ຜູ້​ສູງ​ອາຍຸ ​ເຊັ່ນ​ດຽວ​ກັບ​ ຜູ້​ທີ່​ມີ​ລະບົບ ​ພູມ​ຕ້ານທານ ອ່ອນ​ແອ ​ແລະ ຜູ້​ທີ່​ມີ​ພະຍາດ​ ປະຈຳ​ຕົວ ອາການ​ ​ໃນເບື້ອງ​ຕົ້ນ ອາດ​ຮຸນ​ແຮງ​ກວ່າ ຈົນ​ສົ່ງ​ຜົນ​ ໃຫ້​ເປັນ ​ພະຍາດ ປອດ​ບວມ ​ແລະ ພະຍາດ ​ລອດ​ເລືອດ​ຝ່ອຍ ອັກ​​ເສບ ຊຶ່ງ​ເປັນ​ການ ​ອັກ​ເສບ​ ທາງ​ລະບົບ​ ຫາຍ​ໃຈ ຂະໜາດນ້ອຍ ທີ່ຢູ່​ເລິກ ​ເຂົ້າ​ໄປ ​ໃນ​ປອດ. ວັກ​ຊິນ​ ດັ່ງກ່າວ ​ໄດ້​ຮັບ​ການ ​ອະນຸຍາດ ​ໂດຍ​ອ້າງ​ອີງ​ ຈາກ​ການ​ສຶກສາ ຜູ້​ທີ່​ມີ ​ອາຍຸ ​ຕັ້ງ​ແຕ່ 60ປີ ​ຂຶ້ນ​ໄປ ຈຳນວນ 25.000ຄົນ ພົບ​ວ່າ ການ​ສັກ​ວັກ​ຊິນ ພຽງ 1​​ໂດ​ສ ມີ​ຜົນ​ ໃນ​ການ​ປ້ອງ​ກັນ​ ພະຍາດRSV ​ແລະ ພະຍາດ ​ຮ້າຍ​ແຮງ ​ເຖິງ83% ​ແລະ ຫລາຍ​ກວ່າ 94% ຕາມ​ລຳດັບ ​ໂດຍ​ຜົນ​ ທີ່​ໄດ້ຮັບ​ ສາມາດ ​ປ້ອງ​ກັນ​ ພະຍາດ​ ດັ່ງກ່າວ ໄດ້ດີ ​ແລະ ມີ​ຄວາມ​ປອດ​ໄພ​ສູງ ​ເຮັດ​ໃຫ້​ມີ​ ທ່າ​ອ່ຽງ ການ​ສັກ ​ວັກ​ຊິນ ຊະນິດ​ນີ້ ​ເພີ່ມ​ຂຶ້ນ​ ໃນ​ຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments