Saturday, October 19, 2024
Homeຂ່າວໜ້າໜຶ່ງປະທານປະເທດແຫ່ງ ສປປ ລາວ ເດີນທາງເຖິງນະຄອນຫຼວງພະນົມເປັນ ກຳປູເຈຍ ຢ່າງເປັນທາງການ

ປະທານປະເທດແຫ່ງ ສປປ ລາວ ເດີນທາງເຖິງນະຄອນຫຼວງພະນົມເປັນ ກຳປູເຈຍ ຢ່າງເປັນທາງການ

ເມື່ອປະມານເວລາ 10:30 ໂມງຂອງວັນທີ 4 ພຶດສະພາ 2023, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເດີນທາງເຖິງນະຄອນຫຼວງພະນົມເປັນ ກຳປູເຈຍ ຢ່າງເປັນທາງການ, ໂດຍໃຫ້ການຕ້ອນຮັບອົບອຸນຈາກທ່ານ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ.

ໂດຍຕອບສະໜອງຕາມຄໍາເຊີນຂອງພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະສືບຕໍ່ເຂົ້າຮ່ວມພິທີເປີດກິລາຊີເກມ ຄັ້ງທີ 32 ໃນລະຫວ່າງ ວັນທີ 04-05 ພຶດສະພາ 2023 ທີ່ນະຄອນຫຼວງພະນົມເປັນ, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະໝັ້ນຄົງຍາວນານລະຫວ່າງ ລາວ ແລະກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments