ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ຈັດພິທີ ເປີດນຳໃຊ້ເວັບໄຊທ໌ ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ( www.dpl-gov.la ) ຂຶ້ນ ໃນຕອນເຊົ້າຂອງວັນທີ 2 ມີຖຸນາ 2022 ນີ້ ທີ່ ຫ້ອງປະຊຸມຫ້ອງວ່າການ ແຂວງ ໂດຍການເປັນປະທານຂອງທ່ານ ພູພັດ ສິງທາວົງໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານ-ວິຊາການ ພາຍໃນພະແນກເຂົ້າຮ່ວມ.

ໃນພິທີທ່ານ ພູພັດ ສິງທາວົງໄຊ ໄດ້ກ່າວຈຸດປະສົງໃນການສ້າງເວັບໄຊທ໌ ໃນຄັ້ງນີ້ ຊຶ່ງໃນປັດຈຸບັນເວັບໄຊທ໌ ໄດ້ກາຍເປັນສື່ທີ່ມີຄວາມສຳຄັນ ທີ່ມີບົດບາດຫຼາຍໃນການໂຄສະນາ ແລະ ປະຊາສຳພັນ ເນື່ອງຈາກຄຸນສົມບັດທີ່ສາມາດນຳສະເໜີ, ເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ທັງເລື່ອງໄລຍະທາງ ແລະ ເວລາ ຊຶ່ງສາມາດເປີດເຂົ້າເບີ່ງໄດ້ຕະຫຼອດ 24 ຊົ່ວໂມງໄດ້ ( ຖ້າຫາກມີອິນເຕີເນັດ ) ບໍ່ວ່າຈະຢູ່ສ່ວນໃດມູນໃດຂອງໂລກ ດ້ວຍຂໍ້ດີດັ່ງກ່າວ ຫຼາຍອົງການບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນ ຫຼື ບຸກຄົນທົ່ວໄປ ຕ່າງກໍມີຄວາມຕ້ອງການພັດທະນາເວັບໄຊທ໌ຂອງຕົນເອງຂຶ້ນ ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນຂ່າວສານ ໄປສູ່ກຸ່ມເປົ້າໝາຍເພື່ອປະຊາສຳພັນ, ເຜີຍແຜ່ອົງກອນໃຫ້ເປັນທີ່ຮູ້ຈັກ ແລະ ລວມໄປເຖິງເປັນບ່ອນສູນລວມການຈັດເກັບຂໍ້ມູນຂ່າວສານເປັນຈຸດດຽວກັນ ດັ່ງນັ້ນ ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ຈຶ່ງໄດ້ສ້າງເວັບໄຊທ໌ ( www.dpl-gov.la ) ເພື່ອຈັດເກັບຂໍ້ມູນ, ເຜີຍແຜ່ຂໍ້ມູນຂ່າວສານ, ບັນດານິຕິກຳຕ່າງໆ ແລະ ຂໍ້ມູນສະຖິຕິທາງການທີ່ເປັນມາດຕະຖານສາກົນ.

ຊຶ່ງຈຸດປະສົງຫຼັກຂອງເວັບໄຊທ໌ ມີໜ້າທີນຳສະເໜີຂໍ້ມູນຕ່າງໆ ຜ່ານຄອມພິວເຕີ ໂດຍອາໄສການເຊື່ອມຕໍ່ຈາກເຄື່ອຂ່າຍອິນເຕີເນັດ ຈະມີໜ້າເວັບໄຊທ໌ຫຼາຍໆໜ້າ ຊຶ່ງເຊື່ອມໂຍງເຂົ້າກັນ ເພື່ອໃຫ້ສາມາດເປີດໄປສູ່ໜ້າເພສ໌ຕ່າງໆ ໄດ້ງ່າຍດາຍ ເປົ້າໝາຍເວັບໄຊທ໌ ບໍ່ພຽງແຕ່ເພື່ອການນຳສະເໜີຂໍ້ມູນໃຫ້ກັບຜູ້ໃຊ້ໄດ້ຮັບຮູ້ພຽງເທົ່ານັ້ນ ແຕ່ຍັງນຳໃຊ້ເພື່ອເປົ້າໝາຍອື່ນອີກດ້ວຍ ຫຼັງຈາກນັ້ນ ໃນພິທີກໍ່ໄດ້ເປີດການນຳໃຊ້ດັ່ງກ່າວ ຢ່າງເປັນທາງການ ແລະ ຖ້າຫາກທ່ານໃດມີຄວາມສົນໃຈກ່ຽວກັບຂໍ້ມູນຂ່າວສານກ່ຽວກັບພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ສາມາດເຂົ້າເວັບໄຊທ໌ ໄດ້ທີ່ https://dpi-xsb.mpi.gov.la

ບກ: ທ່ານ ຄຳສາວ ເລືອງຄຳທິບ

ຂ່າວ: ນາງ ແກ່ນຈັນ ທຳມະນີ

LEAVE A REPLY

Please enter your comment!
Please enter your name here