Friday, October 18, 2024
Homeສຶກສາກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ມອບທຶນການຮຽນໃຫ້ນັກສຶກສາ ວິທະຍາໄລກະສິກຳ ແລະປ່າໄມ້ ພາກເໜືອ

ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ມອບທຶນການຮຽນໃຫ້ນັກສຶກສາ ວິທະຍາໄລກະສິກຳ ແລະປ່າໄມ້ ພາກເໜືອ

ທ້າຍເດືອນ ເມສາ 2023 ຜ່ານມານີ້ ຢູ່ຫ້ອງປະຊຸມວິິທະຍາໄລກະສິກຳ ແລະປ່າໄມ້ ພາກເໜືອ ຕັ້ງຢູ່ບ້ານວຽງສະຫວັນ ນະຄອນ ຫຼວງພະບາງ ໄດ້ມີພິທີມອບ-ຮັບທຶນການສຶກສາ ໃຫ້ນັກສຶກສາຜູ້ທຸກຍາກ ວິທະຍາໄລກະສິກຳ ແລະປ່າໄມ້ ພາກເໜືອ. ໂດຍການເຂົ້າຮ່ວມຂອງ ທ່ານ ຕ່ຽວມິງ ຮັກສາການຫົວໜ້າກົງສູນໃຫຍ່ ສາທາລະນະລັດ ປະຊາຊົນ ຈີນ ປະຈຳພາກເໜືອ ເຊິ່ງມີສໍານັກງານຕັ້ງຢູ່ແຂວງຫຼວງພະບາງ, ທ່ານ ປອ ອຸໄທ ສຸກຂີ ຮັກສາການອໍານວຍການ ວິທະຍາໄລກະສິກຳ ແລະປ່າໄມ້ ພາກເໜືອ ພ້ອມດ້ວຍຄະນະ ແລະພະນັກງານຄູ-ອາຈານ ຕະຫຼອດຮອດນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມ.

ທ່ານ ປອ ອຸໄທ ສຸກຂີ ກໍໄດ້ລາຍງານການມອບທຶນການສຶກສາໃນໄລຍະຜ່ານມາ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ກໍໄດ້ມີການຊ່ວຍເຫຼືອສະໜັບສະໜູນທຶນໃຫ້ແກ່ນັກສຶກສາວິທະຍາໄລ 8 ຄັ້ງຕິດຕໍ່ກັນ. ນອກນັ້ນ ຍັງໄດ້ສະໜັບສະໜູນທຶນໃນການກໍ່ສ້າງພື້ນຖານໂຄງລ່າງ, ທຶນແລກປ່ຽນບົດຮຽນໃຫ້ແກ່ພະນັກງານຄູອາຈານ ແລະ ອື່ນໆອີກ. ໂອກາດດັ່ງກ່າວນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໃຫ້ທຶນ ສືບຕໍ່ການສະໜັບສະໜູນທຶນໃຫ້ແກ່ນັກສຶກສາຂອງວິທະຍາໄລໃນຄັ້ງຕໍ່ໆໄປ.

ຈາກນັ້ນ ກໍໄດ້ມີພິທີມອບ-ຮັບທຶນຢ່າງເປັນທາງການ, ໂດຍທ່ານ ຕ່ຽວມິງ ກໍໄດ້ຮຽກຮ້ອງໃຫ້ນັກສຶກສາທີ່ໄດ້ຮັບທຶນໃນຄັ້ງນີ້ ຈົ່ງນໍາເອົາທຶນທີ່ໄດ້ມາໄປໝູນໃຊ້ໃນການສຶກສາຮໍ່າຮຽນ ກໍຄືຈ່າຍຄ່າລົງທະບຽນ, ຊື້ອຸປະກອນການຮຽນ ແລະ ອື່ນໆທີ່ຈໍາເປັນ ພ້ອມໃຫ້ຕັ້ງໃຈສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຈະນໍາເອົາຄວາມຮູ້ດັ່ງກ່າວໄປຜັນຂະຫຍາຍ ແລະ ໄປພັດທະນາໃນທ້ອງຖິ່ນຂອງຕົນໃຫ້ຈະເລີນຂຶ້ນເລື້ອຍໆ.

ສໍາລັບທຶນທີ່ມອບໃນຄັ້ງນີ້ ມີ 15 ທຶນ, ລວມມູນຄ່າທັງໝົດ 17.440,59 ໂດລາສະຫະລັດ ຫຼື 298.147.000 ກີບ, ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມ ກໍໄດ້ໄປຢ້ຽມຢາມຫ້ອງການ, ຫ້ອງຮຽນ ແລະຫໍພັກຂອງວິທະຍາໄລຕື່ມອີກ.

ຂ່າວ: ສີສະຫວາດ ພັນທຸວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments