Saturday, October 19, 2024
Homeສາລະໜ້າຮູ້ຝຸ່ນ PM 2.5 ໄພຂົ່ມຂູ່ງຽບໃນເດັກນ້ອຍ

ຝຸ່ນ PM 2.5 ໄພຂົ່ມຂູ່ງຽບໃນເດັກນ້ອຍ

PM 2.5 ມີຜົນກະທົບຕໍ່ເດັກນ້ອຍແນວໃດ?

ຝຸ່ນ PM 2.5 ແມ່ນໄພຂົ່ມຂູ່ງຽບໆ ທີ່ຄ່ອຍໆ ເຂົ້າມາຫາພວກເຮົາຕະຫຼອດເວລາ ແລະ ຜົນກະທົບຂອງຝຸ່ນຂະຫນາດນ້ອຍເຫຼົ່ານີ້ ສາມາດສົ່ງຜົນກະທົບທີ່ຮ້າຍແຮງໃຫ້ແກ່ເດັກນ້ອຍທີ່ມີພູມຕ້ານທານຫນ້ອຍກວ່າຜູ້ໃຫຍ່ ໂດຍສະເພາະເດັກນ້ອຍທີ່ມີພະຍາດມາແຕ່ກຳເນີດເຊັ່ນ: ພະຍາດຫືດ ແລະ ພໍ່ແມ່ຕ້ອງມີສະຕິເຝົ້າລະວັງຫຼາຍຂຶ້ນ ເນື່ອງຈາກວ່າຜົນກະທົບຂອງຝຸ່ນ PM 2.5 ບໍ່ພຽງແຕ່ເຮັດໃຫ້ເກີດການຄັນຄາຍເທົ່ານັ້ນ ແຕ່ຍັງສະສົມໃນຮ່າງກາຍເຮັດໃຫ້ເກີດພະຍາດຮ້າຍແຮງເຊັ່ນ: ພະຍາດມະເຮັງ, ປອດອັກເສບ ຫຼື ພະຍາດອື່ນໆ.

ເປັນຫຍັງຝຸ່ນ PM 2.5 ຈຶ່ງເປັນອັນຕະລາຍ?

PM 2.5 ເປັນອະນຸພາກຂະຫນາດນ້ອຍໆ ບໍ່ເກີນ 2.5 microns ເຊິ່ງທຽບເທົ່າກັບຂະຫນາດປະລິມານ 1 ໃນ 25 ເສັ້ນຜ່າກາງຂອງຄົນເຮົາ ຄວາມຈິງແລ້ວຝຸ່ນທີ່ມີຂະໜາດນ້ອຍນີ້ຈະເຮັດໃຫ້ດັງຂອງເຮົາທີ່ເຄີຍໃຊ້ເປັນໂຕກອງສິ່ງເປື້ອນເປີະກ່ອນເຂົ້າສູ່ຮ່າງກາຍບໍ່ສາມາດເປັນໂຕກອງຝຸ່ນປະເພດນີ້ໄດ້ ແລະ ເຮັດໃຫ້ຝຸ່ນ PM 2.5 ເຂົ້າສູ່ເສັ້ນທາງລະບົບຫາຍໃຈ ແລະ ປອດຂອງພວກເຮົາໂດຍກົງ ແລະ ເຂົ້າໄປເຖິງອະໄວຍະວະຕ່າງໆ ໃນຮ່າງກາຍ ສິ່ງທີ່ເຮັດໃຫ້ຝຸ່ນ PM 2.5 ເປັນອັນຕະລາຍຕໍ່ຮ່າງກາຍຂອງເຮົາ ເຊີ່ງຝຸ່ນນ້ອຍໆ ເຫຼົ່ານີ້ບໍ່ແມ່ນພຽງແຕ່ເປັນຝຸ່ນທົ່ວໄປເທົ່ານັ້ນ ແຕ່ຍັງເປັນພາຫະນະນຳສານອັນຕະລາຍເຂົ້າສູ່ຮ່າງກາຍເຊັ່ນ: ແຄດເມຍ, mercury, ໂລຫະ ແລະ ສານກໍ່ມະເຮັງຕ່າງໆ ເຂົ້າສູ່ລະບົບຫາຍໃຈ, ປອດ ແລະ ອະໄວຍະວະອື່ນໆ ໃນທົ່ວຮ່າງກາຍ. 

ຝຸ່ນ PM 2.5 ມີຜົນກະທົບແນວໃດຕໍ່ຮ່າງກາຍຂອງເດັກນ້ອຍ?

ເປັນທີ່ຮູ້ກັນດີວ່າການສຳຜັດກັບຝຸ່ນ PM 2.5 ສາມາດເຮັດໃຫ້ເກີດຜົນກະທົບຕໍ່ເດັກນ້ອຍໃນໄລຍະສັ້ນ ແລະ ໃນໄລຍະຍາວ ຈາກການລະຄາຍເຄືອງ, ແສບຕາ, ແສບຄໍ, ແສບດັງ, ເປັນອາການພູມແພ້ຈົນສະສົມຢູ່ໃນຮ່າງກາຍເປັນເວລາດົນ ແລະ ສາມາດເຮັດໃຫ້ເກີດພະຍາດຮ້າຍແຮງໄດ້ ມາ​ເບິ່ງນຳ​ກັນ​ວ່າ​ມີ​ຜົນ​ກະທົບ​ອັນ​ໃດແດ່​ຕໍ່​ລູກ​ ແລະ ​ພໍ່​ແມ່​ຕ້ອງເຝົ້າ​ລະວັງຫັຍງແດ່?

  • ແສບດັງ ຫາຍໃຈຍາກ

ດັງເປັນອະໄວຍະວະທີ່ໃຊ້ໃນການຫາຍໃຈ ສະນັ້ນ ດັງເປັນ​ເສັ້ນ​ທໍາ​ອິດ​ຂອງ​ອະ​ໄວ​ຍະ​ວະ​ທີ່ພົບເຫັນຝຸ່ນ PM 2.5 ແລະ ​ເປັນບໍລິເວນ​ທໍາ​ອິດ​ທີ່ສະ​ແດງ​​ຜົນ​ກະ​ທົບ​ຂອງ​ການ​ໄດ້ຮັບຝຸ່ນ PM 2.5 ຫຼາຍທີ່ສຸດ ຊື່ງເດັກນ້ອຍຈະມີອາການແສບດັງ, ແສບຄໍ ແລະ ໄອ.

  • ຜື່ນໃນຜິວໜັງ

ຜິວໜັງເປັນອີກບໍລິເວນໜຶ່ງທີ່ຖືກສຳຜັດກັບຝຸ່ນ PM 2.5 ແລະ ເປັນອັນຕະລາຍຢູ່ຕະຫຼອດເວລາ ດັ່ງນັ້ນ ຈິ່ງເປັນອີກບໍລິເວນໜຶ່ງທີ່ອາດຈະໄດ້ຮັບຜົນກະທົບຫຼາຍຕໍ່ຮ່າງກາຍ ໂດຍສະເພາະກັບເດັກນ້ອຍທີ່ມີພູມຕ້ານທານຕໍ່າ ເພາະຜິວຫນັງເດັກນ້ອຍອ່ອນ ແລະ ລະຄາຍເຄືອງງ່າຍ ຈີ່ງເຮັດໃຫ້ເກີດຜື່ນແພ້, ຜື່ນແດງ, ຜື່ນຄັນ.

  • ອາການຄັນຕາ ແສບຕາ

ດວງຕາເປັນອະໄວຍະວະທີ່ຂ້ອນຂ້າງອ່ອນ ຖ້າຖືກຝຸ່ນ PM 2.5 ເຂົ້າຕາ ອາດເຮັດໃຫ້ເກີດອາການລະຄາຍເຄືອງຕ່າງໆ ໄດ້ເຊັ່ນ: ລະຄາຍເຄືອງຕາ, ຕາແດງ, ແສບຕາ ແລະ ຍັງເຮັດໃຫ້ຕາບໍ່ສາມາດຕ້ານທານກັບແສງແດດ ແລະ ຖ້າຂີ້ຝຸ່ນເຫຼົ່ານີ້ສະສົມຢູ່ໃນດວງຕາ ແລະ ຮອບດວງຕາເປັນເວລາດົນໆ ອາດຈະເຮັດໃຫ້ມີໂອກາດເກີດພະຍາດຕາຕ່າງໆ ເຊັ່ນ: ຕາຕໍ້, ຕໍ້ຫີນ, ຕໍ້ແວ່ນ ແລະ ອື່ນໆ.

  • ​ພະຍາດປອດ​ອັກ​ເສບ

ການຫາຍໃຈເອົາຝຸ່ນ PM 2.5 ອາດຈະເຮັດໃຫ້ປອດຂອງເດັກນ້ອຍມີສະມັດຖະພາບການເຮັດວຽກ ຫຼຸດລົງ, ຫາຍໃຈຝືດ ແລະ ທີ່ສໍາຄັນທີ່ສຸດຖ້າສະສົມໃນໄລຍະຍາວຈະເຮັດໃຫ້ເກີດເປັນພະຍາດປອດບວມ ແລະ ພັດທະນາເປັນມະເຮັງປອດໄດ້ໃນອະນາຄົດ.

  • ສຸຂະພາບການນອນຫຼຸດລົງ

ຝຸ່ນ PM 2.5 ມີການກ່ຽວ​ຂ້ອງ​ກັບ​ຄຸນ​ນະ​ພາບ​ໃນການ​ນອນ​ບໍ່ຫຼັບ​ໃນ​ເດັກ​ນ້ອຍ ໂດຍສະເພາະຖ້າສໍາຜັດກັບຝຸ່ນສູງໃນໄລຍະອາຍຸ 0-3 ປີ ຈະເກີດຂຶ້ນຫຼາຍກ່ອນການສໍາຜັດໃນໄລຍະທີ່ຍັງບໍ່ທັນເກີດ (ແມ່ຖືພາ) ເຊີ່ງເຮັດໃຫ້ເດັກມີບັນຫາໃນການຫາຍໃຈຜິດປົກກະຕິໃນລະຫວ່າງການນອນ, ນອນຕອນສວຍຫຼາຍກ່ອນຕອນກາງຄືນ ນອກຈາກນີ້ຍັງພົບໃນເດັກທີ່ເກີດໃຫມ່ບໍ່ແຂງແຮງ ຕ້ອງໄດ້ເຂົ້າຫ້ອງ NICU ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າເດັກນ້ອຍຈໍາເປັນຕ້ອງໄດ້ນອນຫຼັບພຽງພໍ ເພື່ອໃຫ້ຮໍໂມນ (Growth hormones) ໃນຮ່າງກາຍທີ່ຂະຫຍາຍຕົວປ່ອຍອອກມາໃນເວລານອນ ເພາະຈະເຮັດໃຫ້ເດັກມີການພັດທະນາ ແລະ ເຕີບໃຫຍ່ມີສຸຂະພາບແຂງແຮງ ແລະ ສົມບູນ ດັ່ງນັ້ນ PM 2.5 ຍັງມີຜົນກະທົບຕໍ່ການພັດທະນາຂອງເດັກນ້ອຍນຳອີກ.

  •  ສະຫມອງເສື່ອມ ສະມາທິສັ້ນ

ແນ່ນອນສະໝອງເປັນອີກອະໄວຍະວະໜຶ່ງທີ່ມີການສະສົມຝຸ່ນ PM 2.5 ໄດ້ເຊັ່ນກັນ ເວລາສະໝອງມີຝຸ່ນ PM 2.5 ໃນປະລິມານຫຼາຍ ອາດຈະເຮັດໃຫ້ເດັກມີຄວາມຜິດປົກກະຕິໃນການພັດທະນາທາງສະຕິປັນຍາ​ຊ້າ​ລົງ,​ ມີບັນຫາທາງດ້ານການຟັງ, ການປາກເວົ້າ ແລະ ຍັງເຮັດໃຫ້ເກີດຄວາມຜິດປົກກະຕິທາງດ້ານສະຫມອງ ແລະ ສະມາທິສັ້ນໃນເດັກນ້ອຍໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments