Saturday, October 19, 2024
Homeຂ່າວພາຍໃນຢາສູບ ມີຜົນກະທົບຫຼາຍຢ່າງຕໍ່ການດຳລົງຊີວິດ

ຢາສູບ ມີຜົນກະທົບຫຼາຍຢ່າງຕໍ່ການດຳລົງຊີວິດ

ການຊົມໃຊ້ຢາສູບມີຜົນກະທົບຢ່າງກວ້າງຂວາງຕໍ່ການດຳລົງຊີວິດ, ຕໍ່ຄວາມທຸກຍາກເພາະວ່າຜູ້ທີ່ມີລະດັບການສຶກສາ ແລະ ລາຍຮັບຕໍ່າມີແນວໂນ້ມທີ່ຈະສູບຢາສູງກວ່າ ຊຶ່ງເຮັດໃຫ້ເກີດຄວາມບໍ່ສົມດຸນກັນໃນການເກີດພະຍາດ ແລະ ເສຍຊີວິດ ຍ້ອນຢາສູບເປັນສິ່ງເສບຕິດ, ຜູ້ສູບຢາໄດ້ໃຊ້ຈ່າຍເງິນຊື້ຢາສູບຫຼາຍກວ່າລາຍຮັບ. ດັ່ງນັ້ນ, ບໍ່ພຽງແຕ່ເຮັດໃຫ້ມີບັນຫາທາງດ້ານການເງິນແຕ່ຍັງຫຼຸດຄວາມສາມາດໃນການຈັດສັນເງິນສຳລັບໃຊ້ສິ່ງຈຳເປັນໃນຊີວິດເຊັ່ນ: ອາຫານ, ການສຶກສາ, ສຸຂະພາບ ແລະ ອື່ນໆ.

ຂໍ້ມູນຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຢາສູບຍັງມີຜົນກະທົບໃນໄລຍະສັ້ນຄື: ການຊື້ຢາສູບເປັນການເພີ່ມຄ່າໃຊ້ຈ່າຍ ຊຶ່ງສົ່ງຜົນກະທົບຕໍ່ຄວາມສາມາດໃນການໃຊ້ຈ່າຍເງິນສຳລັບສິ່ງຈຳເປັນພື້ນຖານການດໍາລົງຊີວິດຫຼຸດລົງ. ສໍາລັບຄົວເຮືອນທີ່ມີລາຍຮັບຕໍ່າຢູ່ແລ້ວການຫັນປ່ຽນຄ່າໃຊ້ຈ່າຍຈາກການຊື້ອາຫານໄປຊື້ຢາສູບ ນັ້ນເຮັດໃຫ້ຄຸນນະພາບຂອງອາຫານທີ່ຈະບໍລິໂພກນັ້ນຕໍ່າລົງເຊັ່ນກັນ ແລະ ກໍ່ໃຫ້ເກີດຄວາມອຶດຢາກໃນເດັກນ້ອຍ ແລະ ຜູ້ໃຫຍ່ເພີ່ມຂຶ້ນ, ພ້ອມນັ້ນ ຍັງເຮັດໃຫ້ບັນຫາການຂາດສານອາຫານຮ້າຍແຮງຂຶ້ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ການພັດທະນາ ການຮຽນຮູ້ຂອງຮ່າງກາຍ ແລະ ຈິດໃຈ. ສຳລັບໃນໄລຍະຍາວຄື: ການຊົມໃຊ້ຢາສູບສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຄວາມທຸກຍາກເມື່ອຢາສູບກໍ່ໃຫ້ເກີດການເຈັບປ່ວຍໜັກນຳໄປສູ່ຄ່າໃຊ້ຈ່າຍໃນການປິ່ນປົວຢ່າງຫຼວງຫຼາຍ ແລະ ຕ້ອງສູນເສຍລາຍຮັບຍ້ອນເປັນພິການ ຫຼື ເສຍຊີວິດກ່ອນໄວອັນຄວນ. ໃນນັ້ນ, ຢາສູບຍັງບໍ່ແມ່ນອາຫານ, ການປູກຢາສູບບໍ່ມີປະໂຫຍດ ແລະ ມີແຕ່ອັນຕະລາຍ. ຈາກຜົນງານວິໄຈພົບວ່າ: ຊາວສວນຢາສູບຂະໜາດນ້ອຍຍັງທຸກຍາກ ແລະ ຖືກຄວບຄຸມໂດຍບໍລິສັດຢາສູບຂະໜາດໃຫຍ່ ພວກເຂົາພາດໂອກາດໃນການສ້າງເສດຖະກິດໃນຮູບແບບອື່ນ ເພາະຄວາມຫຍຸ້ງຍາກໃນການປູກໃບຢາສູບ ຫຼາຍກໍລະນີຄື: ຕິດສັນຍາກັບບໍລິສັດຢາສູບ ແລະ ລາຍໄດ້ກໍຕິດລົບເມື່ອຫັກຄ່າແຮງງານຂອງພວກເຂົາ. ຊາວສວນຜູ້ປູກຢາສູບຍັງໄດ້ຮັບອັນຕະລາຍຫຼາຍຢ່າງຄື: ສາມາດເຮັດໃຫ້ເກີດອັນຕະລາຍຕໍ່ສຸຂະພາບ, ລວມທັງແມ່ຍິງຖືພາ, ເກີດລູກຜິດປົກກະຕິ, ເປັນເນື້ອງອກ ຊະນິດຮ້າຍແຮງ, ການປ່ຽນແປງທາງກຳມະພັນ, ຄວາມຜິດປົກກະຕິຂອງເລືອດ, ລະບົບປະສາດ ແລະ ການຢຸດເຮັດວຽກຂອງຕ່ອມບໍ່ມີທໍ່, ຜູ້ທີ່ສຳຜັດກັບໃບຢາສູບດິບທີ່ຍັງບໍ່ທັນບົ່ມ ຈະຊຶມຊັບເອົາສານນິໂກຕິນຜ່ານທາງຜິວໜັງ, ເຮັດໃຫ້ເຈັບປ່ວຍ. ການເຮັດສວນຢາສູບ ຍັງມີຄວມສ່ຽງສູງໃນຕໍ່ການທຳລາຍສິ່ງແວດລ້ອມ. ໃນນັ້ນ, ຂະບວນການປູກຢາສູບ ມີການໃຊ້ສານເຄມີຈໍານວນຫຼາຍນັ້ນຈະຊຶມເຂົ້າສູ່ດິນ, ທຳລາຍຄຸນນະພາບຂອງດິນ ແລະ ທາງນ້ຳອ້ອມຮອບບໍລິເວນທີ່ປູກຢາສູບ ແລະ ຍັງເປັນສາເຫດຂອງການຕັດໄມ້ທຳລາຍປ່າ.

ສະນັ້ນ, ເພື່ອບໍ່ໃຫ້ມີຜົນກະທົບຕາມມາຄືດັ່ງກ່າວມາຂ້າງເທິງ, ທຸກຄົນຄວນເຊົາສູບຢາ, ຢຸດຕິການປູກຢາສູບ ຫັນໄປປູກພືດຊະນິດອື່ນທົດແທນເປັນການດີທີ່ສຸດ, ຈຶ່ງຈະບໍ່ມີຜົນກະທົບຕ່າງໆ ຕໍ່ການດຳລົງຊີວິດຂອງທ່ານ, ຄົນໃນຄອບຄົວ, ຄົນອ້ອມຂ້າງ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments