Friday, October 18, 2024
Homeຂ່າວພາຍໃນເຈົ້າແຂວງຈຳປາສັກ ຕ້ອນຮັບຮອງຜູ້ບັນຊາການທະຫານສູງສຸດກອງທັບແຫ່ງຣາຊະອານາຈັກກຳປູເຈຍ

ເຈົ້າແຂວງຈຳປາສັກ ຕ້ອນຮັບຮອງຜູ້ບັນຊາການທະຫານສູງສຸດກອງທັບແຫ່ງຣາຊະອານາຈັກກຳປູເຈຍ

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບທ່ານ ພົນເອກ ເອິດ ສາຣັດ ຮອງຜູ້ບັນຊາການທະຫານສູງສຸດ ຫົວໜ້າເສນາທິການຮ່ວມກອງທັບແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະໃນວັນທີ 2 ພຶດສະພາ ຜ່ານມາ ທີ່ຫ້ອງວ່າການແຂວງຈຳປາສັກ. ໃນໂອກາດເດີນທາງມາຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ – ກຳປູເຈຍ, ກຳປູເຈຍ -ລາວຈັດຂຶ້ນທີ່ແຂວງຈຳປາສັກ. ໂດຍມີທ່ານ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບພ້ອມຄະນະ, ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ເປັນເອກະພາບສູງຕໍ່ບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ກຳປູ ເຈຍ, ກຳປູເຈຍ-ລາວ ທີ່ໄດ້ຈັດຂຶ້ນທີ່ແຂວງຈຳປາສັກ ເພື່ອເປັນການເພີ່ມທະວີການຮ່ວມມືປົກປັກຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນຂອງສອງປະເທດລາວ-ກຳປູເຈຍໃຫ້ດີຂຶ້ນກວ່າເກົ່າ, ເປັນການສ້າງຄວາມໝັ້ນໃຈ, ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນລະຫວ່າງສອງກອງທັບ. ເວົ້າລວມ, ເວົ້າສະ ເພາະກອງກຳລັງທີ່ຢູ່ຕາມບໍລິເວນຊາຍແດນ ທັງເປັນການຊຸກຍູ້ການປະຕິບັດໜ້າທີ່, ລວມທັງ ປະຊາຊົນໃນທ້ອງຖິ່ນທີ່ລຽບຕາມບໍລິເວນຊາຍແດນໃຫ້ມີການພົວພັນໄປມາຫາສູ່ ແລກປ່ຽນວັດທະນະທຳ, ແກ້ໄຂບັນຫາຮ່ວມກັນຢ່າງເປີດກວ້າງ ແລະ ຈິງໃຈເພື່ອເປັນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນອັນດີນັ້ນໃຫ້ດີຂຶ້ນເປັນກ້າວໆ.

ທ່ານ ພົນເອກ ເອິດ ສາຣັດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ວິໄລວົງ ບຸດດາຄຳ ຊຶ່ງການມາຢ້ຽມຢາມພົບປະເຂົ້າຮ່ວມກອງປະຊຸມຄັ້ງນີ້ ເພື່ອປະຕິບັດຕາມທິດຊີ້ນຳຂອງລັດຖະ ບານຂອງສອງປະເທດລາວ – ກຳປູເຈຍ, ກຳປູເຈຍ – ລາວ ໃນການເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງສອງຊາດ ກໍຄືສອງກອງທັບກຳປູເຈຍ-ລາວ, ເພີ່ມທະວີການຮ່ວມມືຊຶ່ງກັນ ແລະ ກັນຢ່າງແໜ້ນແຟ້ນໂດຍສະເພາະຍົກສູງວຽກງານການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ກໍາປູ ເຈຍ, ກຳປູເຈຍ – ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກ.

ຂ່າວ: ທັດຊະນະ, ພາບ: ພູທິບສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments