Saturday, October 19, 2024
Homeຂ່າວໜ້າໜຶ່ງກະຊວງສຶກສາທິການ ແລະ ກີລາ ຍ້ອງຍໍ ຊ່ຽວຊານຈາກມະຫາວິທະຍາໄລ ໂກເບະ ປະເທດຍີ່ປຸ່ນ

ກະຊວງສຶກສາທິການ ແລະ ກີລາ ຍ້ອງຍໍ ຊ່ຽວຊານຈາກມະຫາວິທະຍາໄລ ໂກເບະ ປະເທດຍີ່ປຸ່ນ

ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດພິທີມອບໃບຍ້ອງຍໍໃຫ້ແກ່ ທ່ານ ສຈ ປອ ເຄອີຈິ ໂອກາວະ ຜູ້ຊ່ຽວຊານຈາກມະຫາວິທະຍາໄລ ໂກເບະ ປະເທດຍີ່ປຸ່ນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກີລາ ຂອງ ສປປ ລາວທັງເປັນການສົ່ງເສີມ ຍາດແຍ່ງການຮ່ວມມື ແລະ ສະໜັບສະໜູນທາງດ້ານວຽກງານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ.

ພິທີຍ້ອງຍໍດັ່ງກ່າວ ຈັດຂຶ້ນວັນທີ 2 ພຶດສະພາ 2023 ທີ່ສໍານັກງານກະຊວງສຶກສາທິການ ແລະ ກີລາຕາງໜ້າມອບຂອງ ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ແລະ ຮັບໂດຍ ທ່ານ ສຈ ປອ ເຄອີຈິ ໂອກາວະ ຜູ້ຊ່ຽວຊານຈາກມະຫາວິທະຍາໄລ ໂກເບະ ປະເທດຍີ່ປຸ່ນມີຫົວໜ້າກົມ ຮອງຫົວໜ້າກົມ ມະຫາວິທະຍາໄລແຫ່ງຊາດ ຕາງໜ້າຈາກອົງການໄຈກ້າ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບໃນໄລຍະຜ່ານມາ ທ່ານ ສຈ ປອ ເຄອີຈິ ໂອກາວະ ໄດ້ມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນໄດ້ສະໜັບສະໜູນແກ່ພະນັກງານກົມແຜນການ ແລະ ກົມການເງິນ ກະຊວງສຶກສາທິການ ແລະ ກີລາ ຈໍານວນ 5 ທຶນ ເຂົ້າຮ່ວມເຝິກອົບຮົມກ່ຽວກັບວຽກງານແຜນການ ແລະ ການເງິນຢູ່ທີ່ມະຫາວິທະຍາໄລໂກເບະ ເຊື້ອເຊີນການນໍາຈາກກະຊວງສຶກສາທິການ ແລະ ກີລາ ເຂົ້າຮ່ວມກອງປະຊຸມປຶກສາຫາລື ການຮ່ວມມືຕິດພັນກັບຂະແໜງການສຶກສາ ທີ່ມະຫາວິທະຍາໄລໂກເບະ ນອກນີ້ ຍັງໄດ້ຊ່ວຍເຫຼືອມະຫາວິທະຍາໄລແຫ່ງຊາດ ໂດຍການເປັນຜູ້ຊ່ຽວຊານໃນໂຄງການສ້າງຄວາມເຂັ້ມແຂງໃນຂະແໜງການສຶກສາ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments