ອາທິດຜ່ານມາ ນີ້ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນານ ແຂວງຫຼວງພະບາງ ໄດ້ຈັດພິທີປູກຕົ້ນໄມ້ຢູ່ທີ່ບ້ານ ນາຝາຍ ເຂດຕາດຫ່ຽນ ໂດຍການນໍາພາຂອງທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງ-ເມືອງນານ, ມີທ່ານ ສຸລິໂຍ ໄຊວິສິດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທ່ານ ບົວລີ ຄານທະປະເສີດ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ ແລະພະນັກງານ ຕະຫຼອດຮອດປະຊາຊົນພາຍໃນເມືອງເຂົ້າຮ່ວມ.

ທ່ານ ສຸລິໂຍ ໄຊວິສິດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກ່າວເປີດພິທີວັນປູກຕົ້ນໄມ້ແຫ່ງຊາດ, ວັນອານຸລັກສັດນໍ້າ-ສັດປ່າ ແລະ ວັນສິ່ງແວດລ້ອມໂລກຢ່າງເປັນທາງການ ໂດຍອີງໃສ່ກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງເລກທີ 64/ສພຊ ລົງວັນທີ 13 ມິຖຸນາ 2019 ໃນພາກທີ 8 ມາດຕາ 164 ວ່າດ້ວຍວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງໄດ້ກໍານົດເອົາວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເຊິ່ງປີນີ້ແມ່ນໝູນວຽນບັນຈົບຄົບຮອບ 42 ປີ ແລະ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນານ ກໍ່ໄດ້ຖືເອົາວັນສໍາຄັນດັ່ງກ່າວ ເປັນມື້ເລີ່ມຕົ້ນສ້າງຂະບວນການປູກຕົ້ນໄມ້ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອານຸຊົນຫຼຸ້ນຫຼັງ ໃຫ້ເຫັນໄດ້ຄວາມສໍາຄັນຂອງປ່າໄມ້,ການປົກປັກຮັກສາພັດທະນາ ແລະ ນໍາໃຊ້ປ່າໄມ້ໃຫ້ມີຄວາມຍືນຍົງ, ປ່າໄມ້ແມ່ນຊັບພະຍາກອນອັນລໍ້າຄ່າຂອງຊາດທີ່ສ້າງລະບົບນິເວດສະເພາະ ເຊິ່ງປະກອບດ້ວຍຊີວະນາໆພັນ ເປັນຕົ້ນແຫຼ່ງນໍ້າ ແລະ ທີ່ດິນໃຫ້ມີຄວາມອຸດົມສົມບູນ ທັງເປັນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງຄັ້ງທີ່ 6 ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ 5 ປີ ຄັ້ງທີ່ 9 ແຕ່ປີ 2021-2025 ຈະສົ່ງເສີມການປູກໄມ້ໃຫ້ໄດ້ 200.000 ເຮັກຕ່າ, ປູກເປັນສິນຄ້າ 160.000 ເຮັກຕ່າ ແລະ ປູກເພື່ອປົກປັກຮັກສາແຫຼ່ງນໍ້າ, ສິ່ງແວດລ້ອມຈໍານວນ 40.000 ເຮັກຕ່າ ແລະ ຟື້ນຟູປ່າໄມ້ທໍາມະຊາດໃຫ້ໄດ້ 1.800.000 ເຮັກຕ່າ ໃນການຈັດພິທີໃນຄັ້ງນີ້ແມ່ນເພື່ອເປັນການປູກຈິດສໍານຶກໃຫ້ທົ່ວປວງຊົນໃນສັງຄົມໄດ້ຮັບຮູ້ເຖິງຄວາມສໍາຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ໃນທາງກົງ ແລະ ທາງອ້ອມ ໂດຍການປະສານສົມທົບກັນທັງພາກລັດ ແລະ ເອກະຊົນ, ປະຊາຊົນລາວບັນດາເຜົ່າ ເຊິ່ງປີ 2022 ນີ້ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ກໍານົດປູກຕົ້ນໄມ້ລຽບຕາມແຄມທາງລົດ ບໍລິເວນເຂົ້າຕາດຫ່ຽນ ຫາ ບໍລິເວນເທິງຕາດ ສ່ວນເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ມີ 3 ຊະນິດເຊັ່ນ: ໄມ້ປະດັບ, ໄມ້ປ່ອງກັນແຫຼ່ງນໍ້າ ແລະ ໄມ້ອຸດສາຫະກໍາ ລວມທັງໝົດ 1.200 ເບ້ຍ ນອກນັ້ນຍັງໄດ້ສະໜອງເບ້ຍໄມ້ໃຫ້ຫ້ອງການ ປກສ ເມືອງເພື່ອນໍາໄປປູກຢູ່ຄ້າຍດັດສ້າງປາກມ່ອນ ຈໍານວນ 200 ເບ້ຍ ແລະ ເຜີຍແຜ່ໃຫ້ປະຊາຊົນ, ເອກະຊົນ ແລະ ບໍລິສັດຕ່າງໆຢູ່ພາຍໃນເມືອງປູກຕື່ມອີກ.

ນອກຈາກນີ້ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນານ ສົມທົບກັບອົງການຈັດຕັ້ງບ້ານ ນາຝາຍ ແລະ ຜູ້ປະກອບການປະມູນຕາດຫ່ຽນຍັງໄດ້ຮ່ວມກັນຈັດພິທີປ່ອຍປາ ແລະ ປົກປັກຮັກສາສັດນໍ້າ-ສັດປ່າແຫ່ງຊາດຂຶ້ນ ເພື່ອເປັນການປົກປັກຮັກສາສັດນໍ້າ-ສັດປ່າໃຫ້ອຸດົມສົມບູນ ແລະ ຂະຫຍາຍອອກໄປໃຫ້ນັບມື້ນັບຫຼາຍ ໂດຍໄດ້ກໍານົດເອົາເຂດບໍລິເວນຕາດຫ່ຽນເປັນຈຸດປ່ອຍປາ ພ້ອມທັງກໍານົດເປັນເຂດວັງສະຫງວນຂອງບ້ານ ແລະ ຂອບເຂດການທ່ອງທ່ຽວ ປາທີ່ນໍາມາປ່ອຍໃນຄັ້ງນີ້ມີທັງໝົດ 10.000 ໂຕ, ປາປາກຈໍານວນ 5000 ໂຕ, ປາໄນຈໍານວນ 5000 ໂຕ.

ຂ່າວ-ພາບ: ຫຸມແພງ ສີດາໄລ

#Medialaos MMD  #Luangprabang Province

LEAVE A REPLY

Please enter your comment!
Please enter your name here