Saturday, October 19, 2024
Homeຂ່າວຕ່າງປະເທດຫວຽດນາມ ແລະ ອົສຕຣາລີ ມີທ່າແຮງຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ ການລົງທຶນ ແລະ ການສຶກສາ

ຫວຽດນາມ ແລະ ອົສຕຣາລີ ມີທ່າແຮງຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ ການລົງທຶນ ແລະ ການສຶກສາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງແລ້ວນີ້, ມະຫາວິທະຍາໄລ RMIT ໄດ້ສົມທົບກັບກະຊວງການຕ່າງປະເທດ ອົສຕຣາລີ ຢູ່ ລັດວິກຕໍເຣຍ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ – ອົສຕຣາລີ ຄົບຮອບ 50 ປີ ຢູ່ ເມືອງເມວເບີນ.

ກ່າວຄຳເຫັນໃນພິທີ, ທ່ານ ຕີມ ເອເຢີສ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ທັງເປັນຜູ້ຊ່ວຍລັດຖະມົນຕີກະຊວງອຸດສາຫະກຳການຜະລິດຂອງ ອົສຕຣາລີ ໄດ້ກ່າວວ່າ: ຫຼາຍກວ່າ 5 ທົດສະວັດຜ່ານມາ, ການພົວພັນລະຫວ່າງ ອົສຕຣາລີ – ຫວຽດນາມ ໄດ້ບັນລຸຜົນສຳເລັດຫຼາຍຢ່າງທີ່ໜ້າຈົດຈຳ, ໂດຍສະເພາະກໍແມ່ນສາຍພົວພັນທາງດ້ານການຄ້າໃນໄລຍະມໍ່ໆມານີ້. ບໍ່ພຽງແຕ່ ເທົ່ານັ້ນ, ຜົນສຳເລັດຂອງມະຫາວິທະຍາໄລ RMIT ກໍຄືສະຖາບັນການສຶກສາອື່ນໆ ຂອງ ອົສຕຣາລີ ຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ສອງປະເທດຍັງມີທ່າແຮງຢ່າງຫຼວງຫຼາຍໃນການຮ່ວມມືດ້ານການລົງທຶນ ແລະ ການສຶກສາ. ອົສຕຣາລີ ແລະ ຫວຽດນາມ ມີຫຼາຍຈຸດທີ່ຄ້າຍຄືກັນນັ້ນແມ່ນ: ການໃຫ້ຄຳໝັ້ນສັນຍາໃນການຮັກສາສະຖຽນລະພາບ, ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ອຳນາດການປົກຄອງອົສຕຣາລີເຫັນວ່າການຮ່ວມມືກັບອາຊຽນແມ່ນຈຸດສຸມໃນນະໂຍບາຍຕໍ່ພາຍນອກຂອງຕົນ.

ກ່າວຄຳເຫັນໃນພິທີ, ທ່ານ ຫງວຽນເຕິດແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອົສຕຣາລີ ກ່າວຢືນຢັນວ່າ: ຫວຽດນາມ ມີຄວາມປາຖະໜາຢາກກາຍເປັນຄູ່ຮ່ວມມືທີ່ດີທີ່ສຸດຂອງ ອົສຕຣາລີ ແລະ ເຊື່ອໝັ້ນວ່າ ອົສຕຣາລີ ກໍມີຄວາມປາຖະໜາຄ້າຍຄືກັນນີ້. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ 2 ປະເທດຈະປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments