ກອງປະຊຸມແນະນຳການຂຽນບົດວິທະຍາສາດ ແລະ ວິທີຈັດຕັ້ງກອງປະຊຸມສຳມະນາ ໃຫ້ແກ່ບັນດາແຂວງພາກກາງຄື : ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ ນີ້ ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນ ແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ປອ ຄຳມອນ ຈັນທະສິດ ຫົວໜ້າຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ລາວຢ່າງ ຈາວາ ອໍານວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ, ມີອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ແລະ ແຂວງຫົວພັນ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ ຄູ-ອາຈານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ລາວຢ່າງ ຈາວາ ອໍານວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມ ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້ໃຫ້ນັກຄົ້ນຄວ້າ ກຳແໜ້ນດ້ານຫຼັກການໃນການຄົ້ນຄວ້າວິທະຍາສາດໃຫ້ສອດຄ່ອງ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າຂຽນບົດວິທະຍາສາດ ແລະ ບົດປ້ອງກັນ, ວິທະຍານິພົນ ໃຫ້ມີຄວາມຮັບປະກັນທາງດ້ານທິດສະດີ ແລະ ພຶດຕິກຳຢ່າງກົມກຽວ ເພື່ອປະກອບເປັນເຄື່ອງມືທີ່ສຳຄັນ ໃນການສັງເກດຜົນງານການຄົ້ນຄວ້າໃຫ້ມີຄວາມຮັບປະກັນທາງດ້ານຄຸນນະພາບ ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ຮັບຟັງການເຜີຍແຜ່, ແນະນຳວິທີວິທະຍາໃນການຂຽນບົດວິທະ ຍາສາດ ແລະ ວິທີຈັດກອງປະຊຸມສຳມະນາວິທະຍາສາດ ຊຶ່ງກອງປະຊຸມໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ຄວາມສຳຄັນ ທາງດ້ານວິທະຍາສາດສຳລັບຄູ-ອາຈານ ທັງສາມແຂວງທີ່ເຂົ້າຮ່ວມ.

ພ້ອມນີ້ ທ່ານ ຍັງໄດ້ຮຽກຮ້ອງ ມາຍັງບັນດາຜູ້ເຂົ້າຮ່ວມຈົ່ງເຊີດຊູສະຕິຄວາມເປັນເຈົ້າການຮັບຟັງການເຜີຍແຜ່, ແນະນຳວິທີວິທະຍາໃນການຂຽນບົດວິທະຍາ ແລະ ປະກອບຄຳຄິດຄຳເຫັນ ແລກປ່ຽນຕໍ່ບັນຫາທີ່ຕົນມີຄວາມສົນໃຈ ແລະ ບໍ່ທັນເຂົ້າໃຈ ໃຫ້ລະອຽດຈະແຈ້ງ ແນໃສ່ເພື່ອໃຫ້ຜູ້ເຂົ້າຮ່ວມ ສາມາດນຳເອົາຄວາມຮູ້ຈາກກອງປະຊຸມໃນຄັ້ງນີ້ ໄປນຳໃຊ້ເຂົ້າໃນວຽກງານການຂຽນບົດວິທະຍາສາດ ຢູ່ໃນໂຮງຮຽນຂອງຕົນ ໃຫ້ໄດ້ຢ່າງມີຄຸນນະພາບ ແລະ ຮັບປະກັນໄດ້ລັກສະນະວິທະຍາສາດຢ່າງແທ້ຈິງ. ຈາກນັ້ນ ທ່ານ ປອ ຄຳມອນ ຈັນທະສິດ ຫົວໜ້າຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ແນະນຳການຂຽນບົດວິທະຍາສາດແລະ ວິທີຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້.
#ບັນນາທິການ: ຄຳສາວ ເລືອງຄຳທິບ ຂ່າວ: ພຸດທະສອນ ເວດສະວົງ

LEAVE A REPLY

Please enter your comment!
Please enter your name here