Saturday, October 19, 2024
Homeຂ່າວກິລາຮອງລັດຖະມົນຕີ ປກສ ໂອ້ລົມນັກກິລາ 3 ປະເພດ ກ່ອນເຂົ້າຮ່ວມຊີງໄຊ ຊີເກມ ຄັ້ງທີ 32

ຮອງລັດຖະມົນຕີ ປກສ ໂອ້ລົມນັກກິລາ 3 ປະເພດ ກ່ອນເຂົ້າຮ່ວມຊີງໄຊ ຊີເກມ ຄັ້ງທີ 32

ທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ທັງເປັນຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ຈຳນວນ 3 ປະເພດ ຄື: ຄາຣາເຕໂດ, ຍົກນ້ຳໜັກ ແລະ ປັນຈັກສີລັດ ທີ່ຈະເດີນທາງໄປເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກິລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເຈົ້າພາບ ໃນວັນທີ 28 ເມສາ 2023 ທີ່ສູນຝຶກກິລາແຫ່ງຊາດ (ສີເກີດ), ໃຫ້ການຕ້ອນຮັບໂດຍ ທ່ານ ກິ່ງລັດຕະນະ ທອງສະໝຸດ ຮອງຜູ້ອໍານວຍການສະຖາບັນກິລາ-ກາຍະກໍາ ທັງເປັນຜູ້ອໍານວຍການສູນຝຶກກິລາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

ໃນພິທີ, ຄູຝຶກກິລາຄາຣາເຕໂດ, ກິລາຍົກນໍ້ານັກ ແລະ ກິລາປັນຈັກສີລັດ ໄດ້ລາຍງານໃຫ້ຮູ້ວ່າ: ນັກກິລາທີ່ຈະເດີ່ນທາງໄປເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກິລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບ ໃນລະຫວ່າງວັນທີ 5-17 ພຶດສະພາ 2023 ໂດຍກິລາຄາຣາເຕໂດ ມີ ຄູຝຶກ 2 ຄົນ ແລະ ນັກກິລາ 7 ຄົນ, ຍິງ 3 ຄົນ ໃນປະເພດຕໍ່ສູ້ ແລະ ປະເພດລຳ (ກາຕະ) ແມ່ນໄດ້ເລີ່ມເຂົ້າສູນຝຶກຊ້ອມແຕ່ວັນທີ 1 ມີນາ 2023 ເປັ້ນຕົ້ນມາ, ກິລາຍົກນ້ໍາໜັກ ມີ ຄູຝຶກ 1 ຄົນ ແລະ ນັກກິລາ 2 ຄົນ, ຍິງ 1 ຄົນ ແລະ ກິລາປັນຈັກສີລັດ ມີ ຄູຝຶກ 2 ຄົນ ແລະ ນັກກິລາ 8 ຄົນ, ຍິງ 2 ຄົນ ລວມ 10 ຄົນ ຈະເຂົ້າຮ່ວມການແຂ່ງຂັນ ປະເພດຕໍ່ສູ້ ມີ 5 ຮຸ່ນ ແລະ ປະເພດຟ້ອນ 2 ລາຍການ ຊຶ່ງທັງ 3 ປະເພດ ແມ່ນໄດ້ວາງເປົ້າຈະຍາດຫຼຽນມາຄອງໃຫ້ໄດ້.

ໂອກາດນີ້, ທ່ານ ພົຕ ວັນທອງ ກອງມະນີ ໄດ້ໂອ້ລົມປຸກລະດົມໃຫ້ກຳລັງໃຈກັບນັກກິລາທີ່ກະກຽມເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ເພື່ອຍາດເອົາໄຊຊະນະ ແລະ ຫຼຽນລາງວັນກັບມາຝາກພໍ່ແມ່ພີ່ນ້ອງ ແລະ ປະຊາຊົນລາວ ພ້ອມທັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບ, ຄູຝຶກ, ນັກກິລາ ໃນໄລຍະເກັບຕົວຝຶກຊ້ອມຕ້ອງເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ພ້ອມກັນຮັກສາສຸຂະພາບ, ກຽມຮ່າງກາຍໃຫ້ມີຄວາມພ້ອມ, ນັກກິລາເວລາລົງແຂ່ງຂັນໃຫ້ເຮັດສຸດຄວາມສາມາດຕາມທີ່ໄດ້ຝຶກຊ້ອມກັນມາ ແລະ ປະສົບການທີ່ມີ, ພ້ອມກັນສ້າງຜົນງານໃນງານມະຫະກໍາກິລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນເຈົ້ນພາບນີ້ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ກະຊວງ ປກສ ຍັງໄດ້ມອບນໍ້າດື່ມ ຈໍານວນ 50 ແພັກ ແລະ ເຄື່ອງດື່ມຊູກໍາລັງ ຈໍານວນ 15 ແພັກ ໃຫ້ນັກກິລາອີກດ້ວຍ.

ຂ່າວ: ແກ້ວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments