Sunday, October 20, 2024
Homeຂ່າວພາຍໃນອົງການກາແດງລາວ ກະກຽມແຜນຮັບມືຊ່ວຍເຫລືອຜູ້ປະສົບໄພພິບັດ

ອົງການກາແດງລາວ ກະກຽມແຜນຮັບມືຊ່ວຍເຫລືອຜູ້ປະສົບໄພພິບັດ

ກອງປະຊຸມກອງປະຊຸມກະກຽມແຜນຮັບມືຂັ້ນຕອນຊ່ວຍເຫລືອຜູ້ປະສົບໄພພິບັດ, ຈັດຂຶ້ນລະຫວ່າງວັນທີ 24-28 ເມສາ 2023; ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ມີທ່ານ ໂຄລິນ ສີວາລິງກຳ ຫົວໜ້າພະແນກຄຸ້ມຄອງໄພພິບັດ ລັດຄວິນສ໌ແລນ ຂອງອົງການກາແດງອົດສະຕາລີ ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າອົງການກາແດງແຂວງ ຄຳມ່ວນ, ຈຳປາສັກ, ຫຼວງພະບາງ, ຜູ້ຕາງໜ້າຈາກອົງການກາແດງສະວິດສ໌; ຜູ້ຕາງໜ້າຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມໃສ່ການວາງແຜນ ແລະຂັ້ນຕອນການໃຫ້ການຊ່ສວຍເຫລືອປະຊາຊົນຜູ້ປະສົບໄພ, ໂດຍເລີ້ມຈາກສໍາຫລວດເກັບກໍາຂໍມູນ ເພື່ອສະເຫນີຂໍທຶນ, ກັ່ນກອງຂໍ້ມູນການສຳພາດປະຊາຊົນຜູ້ໄດ້ຮັບຜົນກະທົບ, ການຈັດຕັ້ງໂຄງການໃນການຊ່ວຍເຫລືອແລະອື່ນໆເພື່ອແນ່ໃສ່ເຮັດໃຫ້ອົງການການແດງລາວມີຄວາມສຳນານ ແລະຮູ້ວິທີຈັດຕັ້ງປະຕິບັດໄດ້ຢ່າງວອງໄວທັງເປັນການຍົກສູງບົດບາດຄວາມສາມາດໃນການກຽມຄວາມພ້ອມ,ຕອບໂຕ້ ໄພພິບັດ ແລະ ຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ ການປະເມີນຄວາມສາມາດ ກໍຄືຄວາມພ້ອມຂອງອົງການກາແດງແຫ່ງຊາດລາວ ໃນການຕອບໂຕ້ສຸກເສີນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອສ້າງແຜນການພັດທະນາກົນໄກການຕອບໂຕ້ ໄດ້ຢ່າງມີປະສິດຕິພາບ.

ໃນໂອກາດດຽວກັນນີ້, ປະທານອົງການກາແດງແຫ່ງຊາດລາວ ໄດ້ໃຫ້ກຽດໂອ້ລົມຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ໂດຍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຈົ່ງໄດ້ນໍາເອົາບົດຮຽນດັ່ງກ່າວນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ພ້ອມທັງເຜີຍແຜ່ຄວາມຮູ້ດັ່ງກ່າວໃຫ້ອ້າຍນ້ອງພະນັກງານໃນຫ້ອງການຂອງຕົນໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈໃນວຽກງານດັ່ງກ່າວໄດ້ຢ່າງເລິກເຊິ່ງ. ກອງປະຊຸມຄັ້ງນີ້ໂດຍໄດ້ຮັບການສະໜັບສະໜູນ ຈາກກາແດງສະວິດສ ແລະ ການຮ່ວມມືກັບ ສະຫະພັນກາແດງແລະຊີກວົງເດືອນແດງສາກົນ(IFRC) ພາຍໃຕ້ໂຄງການພັດທະນາສ້າງຄວາມເຂັ້ມແຂງໃຫ້ແກ່ອົງການກາແດງແຫ່ງຊາດລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments