Sunday, October 20, 2024
Homeຂ່າວໜ້າໜຶ່ງຍ່າງເພື່ອສຸຂະພາບສະຫລອງວັນກຳມະກອນສາກົນ ຄົບຮອບ 137 ປີ

ຍ່າງເພື່ອສຸຂະພາບສະຫລອງວັນກຳມະກອນສາກົນ ຄົບຮອບ 137 ປີ

ສູນກາງສະຫະພັນກຳມະບານລາວ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 137 ປີ ໃນຕອນເຊົ້າວັນທີ 1 ພຶດສະພາ 2023 ທີ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ນາງ ຄຳໃບ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີການນຳພັກ-ລັດ, ອົງການຈັດຕັ້ງທາງສັງຄົມ, ຊາວຜູ້ອອກແຮງງານ ແລະ ມວນຊົນພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນກຳມະບານລາວ ໃຫ້ຮູ້ວ່າ: ວັນທີ 1 ພຶດສະພາ ເປັນວັນກຳມະກອນສາກົນ ທີ່ໄດ້ໝູນວຽນມາອີກວາລະໜຶ່ງ ເຊິ່ງປີນີ້ຄົບຮອບ 137 ປີ ເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງສຳລັບຊົນຊັ້ນກຳມະກອນໃນທົ່ວໂລກ ເພາະເປັນມື້ແຫ່ງການເຕົ້າໂຮມພະລັງ ຂອງຊົນຊັ້ນກຳມະກອນ ຕໍ່ສູ້ກັບຊົນຊັ້ນນາຍທຶນ ເພື່ອທວງເອົາຜົນປະໂຫຍດອັນຊອບທຳຂອງຕົນຢູ່ໃນທົ່ວໂລກ ເຊິ່ງໃນປີ 1764 ໄດ້ເກີດ ມີຂະບວນຕໍ່ສູ້ດຸເດືອດຂອງກຳມະກອນ ຢູ່ປະເທດອັງກິດ ເພື່ອທວງເອົາຜົນປະໂຫຍດ ແລະ ແລກເອົາຄ່າແຮງງານ ຫລື ເງິນເດືອນທີ່ບໍ່ໄດ້ຮັບຄວາມເອົາໃຈໃສ່ ດ້ານສະຫວັດດີການສັງຄົມແຕ່ຢ່າງໃດ ເຮັດໃຫ້ຊີວິດການເປັນຢູ່ຂອງກຳມະ ກອນ ມີຄວາມຫຍຸ້ງຍາກລຳບາກ, ຂະບວນລຸກຮືຂຶ້ນຂອງກຳມະກອນໄດ້ແຜ່ລາມເປັນບໍລິເວນກວ້າງໄປທົ່ວໂລກ. ມາຮອດວັນທີ 1 ພຶດສະພາ 1886 ໄດ້ມີຂະບວນນັດຢຸດງານຄັ້ງໃຫຍ່ຂອງ ກໍາມະກອນໃນໂຮງຈັກ, ໂຮງງານ ຈຳນວນ 5.000 ກວ່າແຫ່ງ ໃນອາເມລິກາ ໂດຍໄດ້ທວງໃຫ້ນາຍທຶນຕ້ອງຍອມຫລຸດຜ່ອນເວລາເຮັດວຽກມື້ໜຶ່ງບໍ່ໃຫ້ເກີນ 8 ຊົ່ວໂມງ, 8 ຊົ່ວໂມງໃຫ້ໄດ້ພັກຜ່ອນ ແລະ 8 ຊົ່ວໂມງ ໃຫ້ໄດ້ມີໂອກາດຮໍ່າຮຽນ, ທວງໃຫ້ ນາຍທຶນເພີ່ມເງິນເດືອນ ແລະ ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງກຳມະກອນ.

ຈາກສະພາບການຄືແນວນັ້ນ, ໃນວັນທີ 14 ພຶດສະພາ 1889 ກອງປະຊຸມໃຫຍ່ຄອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີ ປະເທດຝຣັ່ງ ເຊິ່ງໄດ້ ຕົກລົງຮັບຮອງເອົາ ວັນທີ 1 ພຶດສະພາ ໃຫ້ກາຍເປັນບຸນປາງໃຫຍ່ອັນສຳຄັນຂອງຊົນຊັ້ນກຳມະກອນໃນທົ່ວໂລກ ແລະ ໄດ້ມີການສະຫລອງເປັນປະຈຳທຸກໆ ປີ.

ຂ່າວ: ສຸກທະວີ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments