Sunday, September 22, 2024
Homeຂ່າວພາຍໃນໜ່ວຍສະຫະພັນແມ່ຍິງ ຫ້ອງເຕັກນິກ ກອງພົນທີ 2 ເປິດກອງປະຊຸມໃຫຍ່ ຄັ້ງທີ lll

ໜ່ວຍສະຫະພັນແມ່ຍິງ ຫ້ອງເຕັກນິກ ກອງພົນທີ 2 ເປິດກອງປະຊຸມໃຫຍ່ ຄັ້ງທີ lll

ໃນວັນທີ 28 ພືດສະພາ 2023, ໜ່ວຍສະຫະພັນແມ່ຍິງ ຫ້ອງເຕັກ ນິກ ກອງພົນທີ 2 ໄດ້ເປິດກອງປະຊຸມໃຫຍ່ ຄັ້ງທີ lll ຂອງຕົນຂື້ນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານຂອງສະຫາຍ ພັນໂທ ນາງ ຄຳຜູ ພັນທະວົງ ຫົວໜ້າພະແນກ ສະຫະພັນແມ່ຍິງ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນຕະຫລອດຮອດສະມາຊິກເອື້ອຍນ້ອງແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ຮ້ອຍເອກ ນາງ ຄຳຄ່ອງ ມົນຕີ ເລຂາຄະນະ ໜ່ວຍສະຫະພັນແມ່ຍິງ ຫ້ອງເຕັກນິກ ກອງພົນທີ 2 ໄດ້ຂື້ນຜ່ານບົດລາຍ ງານການເມືອງທັງສອງພາກ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານຫລາຍ ດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນໄດ້ຖືເອົາວຽກງານສຶກສາອົມຮົມການເມືອງ- ນຳພາແນວຄິດເປັນບັນຫາສຳຄັນ ເຮັດໃຫ້ເອື້ອຍນ້ອງແມ່ຍິງມີເເນວຄິດ ຕື່ນຕົວ ປະກອບສ່ວນເຂົ້າທຸກວຽກງານຂອງກົມກອງ, ກຳໄດ້ເເນວທາງ ນະໂຍບາຍຂອງພັກ ກົດໝາຍຂອງລັດ ຂໍ້ກຳນົດກົດລະບຽບຂອງກອງທັບ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄຸນສົມບັດ ສິນທຳປະຕິວັດ ມີແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ, ມີສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນຂອງສັດຕູ, ມີແນວຄິດການເມືອງໜັກແໜ້ນ, ອຸ່ນອ່ຽນທຸ່ນທ່ຽງ ບຸກບືນຫ້າວຫັນ ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບໝອບໝາຍ, ຮັກສາໄດ້ມູນເຊື້ອເອກະລັກແມ່ຍິງລາວ, ເຄົາລົບຂະໜົບ ທຳນຽມ, ຮີດຄອງປະເພນີອັນດີງາມຂອງຊາດ. ປັດຈຸບັນໜ່ວຍສະຫະພັນ ແມ່ຍິງຫ້ອງເຕັກນິກ ມີສະມາຊິກເອື້ອຍນ້ອງແມ່ຍິງທັງໝົດ 11 ສະຫາຍ, ໄລຍະ 5 ປີ ຜ່ານມາຄະນະໜ່ວຍແມ່ຍິງ ໄດ້ເອົາໃຈໃສ່ຊຸກຍູ້ວຽກງານ ພັດທະນາແກ້ໄຂຊີວິດການເປັນຢູ່ ດ້ວຍການປູກຝັງ-ລ້ຽງສັດ, ຂາຍເຄື່ອງຍ່ອຍສ້າງແຫລ່ງລາຍຮັບເຂົ້າຄັງລວມໄດ້ 16.820.000 ກີບ, ມີເງີນກອງທືນ ທັງໝົດ 57.190.000 ກີບ, ຈາກຜົນງານດັ່ງກ່າວສາມາດຄັກເລືອກໄດ້ ແມ່ຍິງ 3 ດີ ປະເພດ l ຈໍານວນ 10 ສະຫາຍ, 3 ດີປະເພດ 2 ຈໍານວນ 1 ສະຫາຍ.

ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນໃສ່ບົດສະຫລຸບລາຍງານ ແລະ ທິດທາງແຜນການໃນຕໍ່ໜ້າ ກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານອົງການຈັດຕັ້ງ ສະຫະພັນແມ່ຍິງ ໃນຊຸມປີຕໍ່ໜ້າໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.

ໂດຍ: ສຸວັນໂນ ທະລັງສີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments