Sunday, September 22, 2024
Homeຂ່າວໜ້າໜຶ່ງສຳເລັດຊຸດຝຶກອົບຮົມ ດ້ານຈິດຕະເວດສຸກເວີນໃຫ້ພະນັກງານແພດໝໍຈາກໂຮງໝໍນ້ອຍເປົ້າໝາຍຂອງໂຄງການ ປັບປຸງຊີວິດຂອງບຸກຄົນທີ່ເປັນພະຍາດຈິດ ແລະ ພະຍາດບ້າໝູ

ສຳເລັດຊຸດຝຶກອົບຮົມ ດ້ານຈິດຕະເວດສຸກເວີນໃຫ້ພະນັກງານແພດໝໍຈາກໂຮງໝໍນ້ອຍເປົ້າໝາຍຂອງໂຄງການ ປັບປຸງຊີວິດຂອງບຸກຄົນທີ່ເປັນພະຍາດຈິດ ແລະ ພະຍາດບ້າໝູ

ເພຶ່ອເປັນການປັບປຸງ ຄວາມຮູ້, ຄວາມສາມາດ ຂອງ ພະນັກງານແພດ ແລະ ພະຍາຍານ ຈາກ ໂຮງໝໍນ້ອຍເປົ້າໝາຍ ແລະ ໂຮງໝໍຊຸມຊົນ ໃຫ້ ນັບມື້ ນັບດີຂຶ້ນ ກ່ຽວກັບສຸຂະພາບຈິດ, ພະຍາດຈິດ ແລະ ວິທີການປິ່ນປົວ ທີ່ຖືກຕ້ອງ. ດັ່ງນັ້ນ, ຈິ່ງ ເປັນສິ່ງຈຳເປັນ ທີ່ ແພດໝໍ ຕ້ອງມີ ທັກສະ ແລະ ຄວາມຮູ້ ທີ່ຈຳເປັນ ເພື່ອ ຕອບສະໜອງ ຄວາມຕ້ອງການ ດ້ານສຸຂະພາບຈິດ ຂອງ ຄົນເຈັບ. ດ້ວຍເຫດຜົນນີ້, ທາງ ໂຄງການ “ປັບປຸງຊີວິດ ຂອງ ຄົນທີ່ມີບັນຫາສຸຂະພາບຈິດ ແລະ ພະຍາດບ້າໝູ ທີ່ ແຂວງວຽງຈັນ” ກໍ່ຄື ອົງການ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ໜ່ວຍງານສຸຂະພາບຈິດ ຮ່ວມກັບ ພະແນກສາທາລະນະສຸກ ແຂວງວຽງຈັນ, ຈື່ງ ໄດ້ຈັດ ຊຸດຝຶກອົບຮົມ ກ່ຽວກັບ ຈິດຕະເວດສຸກເສີນ ຂຶ້ນໃນລະຫວ່າງ ວັນທີ 25 ຫາ 28 ເມສາ 2023 ຢູ່ທີ່ #ຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ເພື່ອ ປັບປຸງ ຄວາມຮູ້ ຄວາມສາມາດ ດ້ານສຸຂະພາບຈິດ, ໂດຍສະເພາະ ພະນັກງານແພດ ຢູ່ 7 ໂຮງໝໍຊຸມຊົນ ແລະ 8 ໂຮງໝໍນ້ອຍ ຂອງ 4 ເມືອງ ເປົ້າໝາຍ ກໍ່ຄື ເມືອງວັງວຽງ (ໂຮງໝໍນ້ອຍ ຜາຕັ້ງ ແລະ ນາມອນ), ເມືອງຫີນເຫີບ (ໂຮງໝໍນ້ອຍ ຜາບ່ອງ ແລະ ໂພນທອງ), ເມືອງໂພນໂຮງ (ໂຮງໝໍນ້ອຍ ບ້ານທາດ ແລະ ໂພນໄຊ), ເມືອງທຸລະຄົມ (ໂຮງໝໍນ້ອຍບຸ່ງພ້າວ ແລະ ໂພນຄຳ), ນອກນັ້ນ ຍັງ ມີ ຜູ້ເຂົ້າຮ່ວມ ຈາກ ໂຮງໝໍຊຸມຊົນ ຈາກ ເມືອງ ວັງວຽງ, ຫີນເຫີບ, ໂພນໂຮງ,ທຸລະຄົມ, ເຟືອງ, ແມດ ແລະ ກາສີ ລວມທັງໝົດ 34 ທ່ານ.

ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ແລະ ທ່ານ ຮສ.ດຣ.ນາງຈັນທາຣາວາດີ ຈຸລາມະນີ ຈິດຕະແພດ, ຫົວໜ້າໂຄງການສຸຂະພາບຈິດຊຸມຊົນ.

ພາຍຫຼັງສຳເລັດຊຸດຝຶກອົບຮົມໃນຄັ້ງນີ້ ບັນດານັກສຳມະນາກອນ ຈະສາມາດເຂົ້າໃຈເຖິງ ຄວາມໝາຍ, ຄວາມສຳຄັນ ຂອງ ຈິດຕະເວດສຸກເສີນ, ເຂົ້າໃຈເຖິງການປະຖົມພະຍາບານ ເມື່ອຢູ່ຕໍ່ໜ້າ ຄົນເຈັບ ໃນພາວະສຸກເສີນຈິດຕະເວດ, ເຂົ້າໃຈ ກ່ຽວກັບ ຫຼັກການລວມ ໃນການຈັດການ ທົ່ວໄປ ສໍາລັບຄົນເຈັບຈິດຕະເວດສຸກເສີນ, ເພື່ອໃຫ້ກຳໄດ້ ອາການ ຂອງ ຄົນເຈັບ ທີ່ທຳຮ້າຍຕົນເອງ, ຂ້າຕົວຕາຍ ຫຼື ທຳຮ້າຍຜູ້ອື່ນ, ຮູ້ວິທີປະເມີນ ຄົນເຈັບ ທີ່ຂ້າຕົວຕາຍ, ສາມາດ ນຳໃຊ້ແບບປະເມີນຄົນເຈັບທີ່ຂ້າຕົວຕາຍ, ສາມາດຈັດການນຳຄົນເຈັບທີ່ຂ້າຕົວຕາຍ ເພື່ອກຳໄດ້ພາວະສັບສົນ, ນອກຈາກນັ້ນ ບັນດານັກສຳມະນາກອນຍັງກຳໄດ້ພາວະເມົາເຫຼົ້າ, ກຳໄດ້ພາວະຖອນເຫຼົ້າ, ຮູ້ຈັກວິທີການຈັດການນໍາແຕ່ລະກໍລະນີ ທີ່ກ່າວມານັ້ນເພື່ອກຳໄດ້ ກຳມະຜົນສຳຮອງ ຂອງ ຢາປິ່ນປົວພະຍາດຈິດ ແລະ ຮູ້ວິທີການຈັດການ ນຳແຕ່ລະກຳມະຜົນສຳຮອງ.

ໃນຊຸດຝຶກອົບຮົມຄັ້ງນີ້ ບັນດານັກສຳມະນາກອນຍັງໄດ້ແບ່ງກຸ່ມສະແດງລະຄອນ, ຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນບົດຮຽນຮ່ວມກັນ ເພຶ່ອນຳເອົາບົດຮຽນໃໝ່ໆທີ່ດີໄປນຳໃຊ້ເຂົ້າໃນວຽກງານຕົວຈິງໃນຂອບເຂດຄວາຮັບຜິດຊອບຂອງຕົນໃຫ້ດີຂຶ້ນກວ່າເກົ່າ.

ໃຫ້ກຽດມອບໃບຢັ້ງຢືນສຳເລັດຊຸດຝຶກອົບຮົມ ໃຫ້ນັກສຳມະນາກອນຄັ້ງນີ້ ໂດຍ ທ່ານ ຮສ.ດຣ.ນາງ ຈັນທາຣາວາດີ ຈຸລາມະນີ ຈິດຕະແພດ, ຫົວໜ້າໂຄງການສຸຂະພາບຈິດຊຸມຊົນ ເປັນຜູ້ມອບ.

ພາບ+ຂ່າວ: ບຸນມາ ແກ້ວບຸດດາ

#MediaLaos

#ມີເດຍລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments