Sunday, September 22, 2024
Homeສຶກສາເຊັນສັນຍາຮ່ວມສ້າງຫຼັກສູດຄູສອນພາສາຈີນ

ເຊັນສັນຍາຮ່ວມສ້າງຫຼັກສູດຄູສອນພາສາຈີນ

ພິທີເຊັນສັນຍາຮ່ວມສ້າງຫຼັກສູດຄູສອນພາສາຈີນ 2+2 ລະຫວ່າງ ສູນຮ່ວມມືພາສາຕ່າງປະເທດ, ກະຊວງສຶກສາທິການ ແຫ່ງ ສປ ຈີນ, ມະຫະວິທະຍາໄລຊົນເຜົ່າກວາງຊີ ຮ່ວມກັບມະຫະວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 26 ເມສາ ຜ່ານມາ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໂດຍຮ່ວມລົງນາມໃນຄັ້ງນີ້ມີ: ຝ່າຍລາວແມ່ນ ທ່ານ ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ຝ່າຍ ສປ ຈີນ ແມ່ນ ທ່ານ ມາຈ້ຽນເຟີຍ ຫົວໜ້າສູນແລກປ່ຽນຮ່ວມມືພາສາຈີນ-ພາສາຕ່າງປະເທດ, ທ່ານ ເຊ້ຍຊ້າງກົວ ອະທິການບໍດີ ມະຫາວິທະຍາໄລຊົນເຜົ່າກວາງຊີ. ໂດຍຊ້ອງໜ້າມີ ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ມີທ່ານຜູ້ອໍານວຍການສະຖາບັນຂົງຈືຝ່າຍລາວ ແລະ ຈີນ, ມີຄະນະບໍດີ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ມາຈ້ຽນເຟີ່ຍ ໄດ້ກ່າວວ່າ: ໃນໂອກາດທີ່ຄົບຮອບການສ້າງຕັ້ງສາຍພົວພັນລາວ-ຈີນຄົບຮອບ 62 ປີ ຊຶ່ງໄດ້ຈັດໃຫ້ມີພິທີການເຊັນສັນຍາທຶນການສຶກສາຫຼັກສູດປະລິນາຍາຕີສາຂາຄູພາສາຈີນ 2+2 ຮ່ວມກັນ ລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ. ທີ່ຍາມໃດກໍໃຫ້ການສະໜັບສະໜູນວຽກງານການສຶກສາຂອງຈີນ ແລະ ສະຖາບັນຂົງຈືຕະຫຼອດມາ. ພະນະທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ເຄີຍກ່າວວ່າ: “ມິດຕະພາບລາວ-ຈີນແຫ່ງອະນາຄົດຢູ່ໃນກໍາມືຂອງຊາວໜຸ່ມ, ການເຊື່ອມໂຍງເຊື່ອມຈອດກັນພື້ນຖານແມ່ນຂຶ້ນກັບການເຊື່ອມໃຈຂອງປະຊາຊົນ”. ພວກເຮົາດີໃຈທີ່ໄດ້ເຫັນ ສະຫາຍລາວແຕ່ລະຂັ້ນໄດ້ເອົາໃຈໃສ່ສະໜັບສະໜູນເຮັດໃຫ້ຫຼັກສູດຄູພາສາຈີນ ແລະ ຫຼັກສູດພາສາຈີນໄດ້ຮັບການພັດທະນາຢ່າງວ່ອງໄວ ຊຶ່ງມັນບໍ່ພຽງແຕ່ສ້າງບຸກຄະລາກອນລາວດ້ານພາສາຈີນເປັນຈໍານວນຫຼາຍເທົ່ານັ້ນ, ຍັງຈະເປັນການປະສ່ວນໃຫ້ແກ່ການແລກປ່ຽນ ແລະ ຮ່ວມມືດ້ານການສຶກສາພາສາຂອງສອງຊາດລາວ-ຈີນໃຫ້ເພີ່ມທະວີຂຶ້ນ.

ທ່ານ ອຸດົມ ພອນຄໍາເພັງ ໄດ້ເວົ້າວ່າ: ການເຊັນສັນຍາ 3 ຝ່າຍ ທີ່ມີຄວາມໝາຍຄວາມສໍາຄັນເປັນຄັ້ງປະຫວັດສາດ ແລະ ໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນຕາມແນວທາງຄູ່ຮ່ວມຊາຕາກໍາດຽວກັນ ແລະ ເປັນເພື່ອນທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ, ຄູ່ຮ່ວມທີ່ດີ ແລະ ສະຫາຍທີ່ດີ ຕາມທິດ 4 ດີຂອງສອງພັກສອງລັດ ແລະ ຈະເປັນການຜັກດັນການສຶກສາຂອງລາວ ໂດຍສະເພາະສາຍຄູພາສາຈີນໃຫ້ນັບມື້ນັບເຂັ້ມແຂງຂຶ້ນກວ່າເກົ່າ, ທັງເປັນການປູພື້ນຖານໃນການສ້າງຄວາມເຂັ້ມແຂງດ້ານການສ້າງບຸກຄະລາກອນພາສາຈີນທີ່ດີທີ່ສຸດ, ນັກສຶກສາຫຼັງຈາກຮຽນຢູ່ ມ.ຊ ເປັນເວລາ 2 ປີແລ້ວ ຍັງມີໂອກາດໄປຮຽນຢູ່ ສປ ຈີນ ບ່ອນທີ່ເປັນເຈົ້າຂອງພາສາຕື່ມອີກ 2 ປີ ຊຶ່ງເປັນສິ່ງໜຶ່ງທີ່ສາມາດຮັບປະກັນຄຸນນະພາບພາສາຈີນໃຫ້ແກ່ນັກສຶກສາລາວ.

ທ່ານ ພຸດ ສີມມາລາວົງ ໄດ້ກ່າວວ່າ: ການເຊັນສັນຍາໃຫ້ທຶນຂອງສູນແລກປ່ຽນຮ່ວມມື ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ຈໍານວນ 60 ທຶນ ຊຶ່ງມີມູນຄ່າເຖິງ 2.352.000 ຢວນຕໍ່ປີ ຫຼື ເທົ່າກັບ 5,9 ຕື້ກີບ/ປີ ແລະ ທ່ານຍັງຕາງໜ້າກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງສູນແລກປ່ຽນຮ່ວມມື, ມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ສຶກສາແຂວງກວາງຊີທີ່ຍາມໃດກໍໃຫ້ການຊ່ວຍເຫຼືອພວກເຮົາຕະຫຼອດມາ ຊຶ່ງ 62 ປີ ວັນທີ 25 ເມສາ 1961 ລາວ ແລະ ຈີນໄດ້ເຊັນສັນຍາສາຍສໍາພັນທາງການທູດຢ່າງເປັນທາງການ, ການເຊັນສັນຍາ 3 ຝ່າຍຍັງເປັນການຮ່ວມມືດ້ານການສຶກສາ, ເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນຫຼາຍ, ສປປ ລາວ ຍາມໃດກໍຢຶດໝັ້ນໃນຫຼັກການຈີນດຽວ, ຢືນຄຽງບ່າຄຽງໄຫຼ່ນໍາສະຫາຍຈີນຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາດຽວກັນຕະຫຼອດມາ. ເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາ-ນໍາພາຂອງ ພາກສ່ວນກ່ຽວຂ້ອງໃນຄັ້ງນີ້ ຈະເຮັດໃຫ້ການຮ່ວມມືດ້ານການສຶກສານັບມື້ນັບເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວດີຂຶ້ນກວ່າເກົ່າ.

(ຂ່າວ-ພາບ: ບຸນຕອມ + ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments