Sunday, September 22, 2024
Homeຂ່າວພາຍໃນວັກຊິນ ມີຄວາມສຳຄັນ ແລະ ມີປະສິດທິຜົນໃນການປ້ອງກັນການຕິດເຊື້ອ

ວັກຊິນ ມີຄວາມສຳຄັນ ແລະ ມີປະສິດທິຜົນໃນການປ້ອງກັນການຕິດເຊື້ອ

ໃນອາທິດນີ້ເປັນສັບປະດາແຫ່ງການສັກຢາກັນພະຍາດ ຖືເປັນໂອກາດຢ້ຳເຕືອນໃຫ້ເຮົາທຸກຄົນຮູ້ວ່າ: ວັກຊິນມີຄວາມສຳຄັນ ແລະ ມີປະສິດທິຜົນຢ່າງຍິ່ງໃນການປ້ອງກັນການຕິດເຊື້ອ ຫຼື ເຈັບປ່ວຍຮຸນແຮງຈາກພະຍາດຕ່າງໆ ແລະ ຍັງເປັນໂອກາດໃນການຍົກຍ້ອງບັນດາພາກສ່ວນທີ່ຈັດຕັ້ງປະຕິບັດວຽກງານການສັກຢາກັນພະຍາດ ເພື່ອໃຫ້ທຸກຄົນມີສຸຂະພາບແຂງແຮງ.

ໃນ ສປປ ລາວ ອາສາສະໝັກສາທາລະນະສຸກບ້ານ ແມ່ນມີບົດບາດສຳຄັນໃນການຊຸກຍູ້ການສັກຢາວັກຊິນໃນຂັ້ນບ້ານເພື່ອປ້ອງກັນການຕິດເຊື້ອ ຫຼື ເຈັບປ່ວຍຮຸນແຮງຈາກພະຍາດຕ່າງໆ. ທ່ານນາງ ບົວລີ ອຸດົມສຸກ ແລະ ທ່ານນາງ ບົວພັນ ອຸທະຈັກ ເປັນອາສາສະໝັກບ້ານຍອດງື່ມ ເມືອງແປກ ແຂວງຊຽງຂວາງ ຊຶ່ງທັງສອງໄດ້ຊ່ວຍວຽກໃນການຈັດກິດຈະກຳກ່ຽວກັບສຸຂະພາບ ເປັນຕົ້ນການລົງເຄື່ອນໄຫວສັກຢາກັນພະຍາດ ການຢ້ຽມຢາມບ້ານ ແລະ ອື່ນໆ. ດ້ວຍຄວາມເອົາໃຈໃສ່ ແລະ ການປະກອບສ່ວນຂອງບັນດາອາສາສະໝັກແບບ ທ່ານນາງ ບົວລີ ອຸດົມສຸກ ແລະ ທ່ານນາງ ບົວພັນ ອຸທະຈັກ ຖືເປັນກຳລັງແຮງທີ່ສຳຄັນ ເຮັດການສັກຢາວັກຊິນປ້ອງກັນພະຍາດມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນການປົກປ້ອງເດັກນ້ອຍ ຕະຫຼອດຮອດທຸກຄົນໃນຊຸມຊົນຈາກພະຍາດທີ່ປ້ອງກັນໄດ້ດ້ວຍວັກຊິນ. ຜ່ານມາພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ຂະບວນການສັກຢາວັກຊິນຮອບປົກກະຕິ, ຖ້າລູກຫຼານຂອງທ່ານຍັງສັກວັກຊິນຮອບປົກກະຕິບໍ່ຄົບ ໃຫ້ພາໄປໂຮງໝໍໃກ້ບ້ານ ເພື່ອໃຫ້ພວກເຂົາສັກຢາຄົບຕາມກຳນົດ ລາວຮ່ວມໃຈສັກວັກຊິນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments