Sunday, September 22, 2024
Homeຂ່າວໜ້າໜຶ່ງລັດຖະບານຮົງກາລີ ຊ່ວຍເຫລືອ ໂຄງການກໍ່ສ້າງຂະຫຍາຍ ໂຮງງານຜະລິດນໍ້າປະປາດົງບັງ

ລັດຖະບານຮົງກາລີ ຊ່ວຍເຫລືອ ໂຄງການກໍ່ສ້າງຂະຫຍາຍ ໂຮງງານຜະລິດນໍ້າປະປາດົງບັງ

ພິທີມອບ-ຮັບ ໂຄງການກໍ່ສ້າງ ຂະຫຍາຍໂຮງງານຜະລິດນໍ້າປະປາດົງບັງ ຈັດຂຶ້ນຕອນເຊົ້າວັນທີ 27 ເມສາ 2023 ທີ່ບ້ານນາສາລາ ເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມທັງເປີດການກໍ່ສ້າງໂຄງການບຳບັດນໍ້າເປື້ອນ ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ປີເຕີ ຊິຢາໂຕ ລັດຖະມົນຕີກະຊວງການຄ້າ ແລະ ຕ່າງປະເທດ ແຫ່ງ ປະເທດຮົງກາລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ກ່າວວ່າ: ການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາດົງບັງ ມີກໍາລັງການຜະລິດ 24.000 ແມັດກ້ອນ/ມື້, ໂດຍໄດ້ກໍ່ສ້າງຕາຝັ່ງເຈື່ອນແຄມນໍ້າງື່ມ ເຂດໂຮງງານນໍ້າປະປາດົງບັງ ມູນຄ່າທັງໝົດ 12.760.567 ໂດລາສະຫະລັດ. ໃນນີ້, ມູນຄ່າການກໍ່ສ້າງຂະຫຍາຍ ໂຮງງານນໍ້າປະປາ ມູນຄ່າ 11.661.823,63 ໂດລາສະຫະລັດ ເປັນການກໍ່ສ້າງພຽງແຕ່ລະບົບໂຮງງານ, ພາຍຫລັງການກໍ່ສ້າງສຳເລັດ ແມ່ນເຊື່ອມຕໍ່ການບໍລິການນໍ້າປະປາ ເຂົ້າໃສ່ລະບົບທໍ່ເກົ່າທີ່ມີຢູ່ແລ້ວ ຂອງລັດວິສາຫະກິດນໍ້າປະປາ ນະຄອນຫລວງ, ການອອກແບບໂຄງສ້າງໂຮງງານເປັນ 2 ຊັ້ນ, ໃຫ້ລະບົບກອງນໍ້າຢູ່ດ້ານເທິງ ແລະ ອ່າງເກັບນໍ້າສະອາດຢູ່ດ້ານລຸ່ມ ເຊິ່ງຈະຊ່ວຍໃຫ້ປະຢັດພື້ນທີ່.

ໂຄງການກໍ່ສ້າງລະບົບບໍາບັດນໍ້າເປື້ອນ ນະຄອນຫລວງວຽງຈັນ ເລີ່ມແຕ່ກາງປີ 2018 ເປັນຕົ້ນມາ ແລະ ໄດ້ຮັບການຮັບຮອງເອົາບົດສຶກສາຄວາມເປັນໄດ້ໂຄງການ ຢ່າງເປັນທາງການ ຈາກລັດຖະບານ ແລະ ນະຄອນຫລວງວຽງຈັນ ໃນປີ 2022, ໄດ້ສຳເລັດການອອກແບບລະອຽດວຽກດິນ, ວຽກຮາກຖານລະບົບໂຮງງານ, ລະບົບເສັ້ນທາງເຂົ້າ-ອອກໂຄງການ ແລະ ເລີ່ມລົງມືກໍ່ສ້າງໂຮງ ງານບຳບັດນໍ້າເປື້ອນ ດ້ວຍກໍາລັງການຜະລິດ 26.000 ແມັດກ້ອນຕໍ່ມື້ ໃນຕົ້ນປີ 2023 ຄາດວ່າຈະສຳເລັດ ໃນປີ 2025.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽຈັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ໝາກຜົນການຮ່ວມມືພາຍໃຕ້ເງິນກູ້ຢືມ ບໍ່ມີດອກເບ້ຍ ຈາກລັດຖະບານຮົງກາລີ, ເຊິ່ງເປັນການຮ່ວມມືໄລຍະ 3 ຂອງສອງລັດຖະບານ ໃນມູນຄ່າທັງໝົດ 160 ລ້ານໂດລາສະຫະລັດ, ສ່ວນນະຄອນຫລວງວຽງຈັນ ເປັນການຮ່ວມມືໄລຍະທຳອິດ ແລະ ໄດ້ຮັບເງິນກູ້ຢືມແບບບໍ່ມີດອກເບ້ຍ ເພື່ອປະກອບເຂົ້າໃນວຽກງານດັ່ງກ່າວ ໃນມູນຄ່າ 100 ລ້ານໂດລາສະຫະລັດ, ມາຮອດປັດຈຸບັນ ໄດ້ທົດລອງແລ່ນລະບົບເຄື່ອງຈັກ ແລະ ຜະລິດນໍ້າປະປາໄດ້ແລ້ວ ແລະ ຈະໃຫ້ບໍລິການຢູ່ເຂດເມືອງໄຊທານີ ໂດຍສະເພາະ ເຂດເສດຖະກິດກວມລວມໄຊເສດຖາ, ເຂດນິຄົມອຸດສາຫະກຳ ແລະ ເຂດບ້ານໃກ້ຄຽງ. ໂອກາດດຽວກັນນີ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ຕາງໜ້າໃຫ້ ຄະນະພັກ-ອົງການປົກຄອງນະຄອນຫລວງວຽງຈັນ ຂອບໃຈຕໍ່ລັດຖະບານຮົງກາລີ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານ ການຄຸ້ມຄອງບໍລິຫານຈັດການນໍ້າ ຢູ່ນະຄອນຫລວງວຽງຈັນ ແລະ ໄດ້ອະນຸມັດເງິນກູ້ຢືມດັ່ງກ່າວ ໃຫ້ແກ່ນະຄອນຫລວງວຽງຈັນ ແລະ ຫວັງວ່າລັດຖະບານຮົງກາລີ ໂດຍສະເພາະນະຄອນຫລວງບຸດາເປສ ທີ່ເປັນນະຄອນມິດຕະພາບ ຈະເພີ່ມທະວີການຊ່ວຍເຫລືອ ແລະ ການຮ່ວມໃນຕໍ່ໜ້າ ເພື່ອເພີ່ມທະວີສາຍພົວພັນມິດຕະພາບ ແບບເພື່ອນມິດ ລະຫວ່າງສອງນະຄອນ ໃນຫລາຍຂົງເຂດວຽກງານ ໃນບົດບັນທຶກຄວາມເຂົ້າໃຈຂອງສອງນະຄອນ ເພື່ອກ້າວໄປສູ່ການຍົກລະດັບ ການພົວພັນຮ່ວມມື ລາວ-ຮົງກາລີ ໃນອະນາຄົດໃຫ້ເປັນຮູບປະທຳ ເພື່ອຜົນປະໂຫຍດ ຂອງປະຊາຊົນທັງສອງປະເທດຢ່າງແທ້ຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments