Monday, September 23, 2024
Homeຂ່າວພາຍໃນກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈຳເດືອນ ເມສາ 2023 ແລະ ທິດທາງແຜນການເດືອນ ພຶດສະພາ 2023

ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈຳເດືອນ ເມສາ 2023 ແລະ ທິດທາງແຜນການເດືອນ ພຶດສະພາ 2023

ກອງປະຊຸມສະຫຼຸບ ວຽກງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ປະຈຳເດືອນ ເມສາ 2023 ແລະ ວາງທິດທາງ ແຜນການເດືອນ ພຶດສະພາ 2023 ຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2023 ນີ້, ໂດຍເປັນປະທານຂອງ ທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ມີຄະນະກອງບັນຊາການ ປກສ ແຂວງ, ບັນດາຫ້ອງ, ກົມກອງອ້ອມຂ້າງ, ກອງບັນຊາການ ປກສ 14 ຕົວເມືອງ,01 ນະຄອນ ເຂົ້າຮວ່ມ.

ພັທ ຄໍາສຸກ ປະເສີດຄໍາຫຼ້າ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ໄດ້ສະຫຼຸບລາຍງານໂດຍຫຍໍ້ໃນໜຶ່ງເດືອນຜ່ານມາວ່າ: ໃນ ເດືອນ ເມສາ ນີ້ ກອງບັນຊາການ ປກສ ແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ,ເຊິ່ງໄດ້ລົງໂຄສະນາຜົນຮ້າຍຂອງຢາເສບຕິດຢູ່ໂຮງຮຽນ ແລະຈຸດອື່ນໆ ມີຜູ້ເຂົ້າຮ່ວມທັງໝົດ 350ຄົນ, ຍິງ 198ຄົນ, ໄດ້ສົ່ງລາຍການຂ່າວໃຫ້ໂທລະພາບ, ວິທະຍຸ, ໜັງສືພິມກະຊວງ ປກສ ແລະ ແຂວງສະຫວັນນະເຂດຈຳນວນ 15 ຄັ້ງ, ສຶກສາອົບຮົມຜູ້ຖືກຫາ, ນັກໂທດ ຄະດີຢາເສບຕິດມີ 01 ຄັ້ງ, ປິ່ນປົ່ວ ແລະ ຟື້ນຟູ ຜູ້ຕິດຢາເສບຕິດຫຼັກ 26 ຈຳນວນທັງໝົດ 362 ຄົນ, ຍິງ 14ຄົນ, ອອກຈາກສູນກັບຄືນຄອບຄົວ 65ຄົນ, ຍິງ 03ຄົນ, ວຽກງານປາບປາມ ແລະ ແກ້ໄຂ, ຄະດີຄ້າ-ຂາຍຢາເສບຕິດ ມີ 17 ລາຍ, ກັກຕົວ 30ຄົນ, ຍິງ 6 ຄົນ, ຢຶດຂອງກາງຢາບ້າ ໄດ້ຈຳນວນ 8.905 ເມັດ, ກັນຊາ 02 ຖົງນ້ອຍ, ໃບກະທ້ອມ 06 ກິໂລ, ນ້ຳຕົ້ມໃບກະທ້ອມຈຳນວນ 34 ຕຸກ ເທົ່າກັບ 125 ລິດ, ບໍ່ທັນໄດ້ປຸງແຕ່ງມີ110 ລິດ, ຢາດີໄອ 07 ຂວດ, ຢາສູບໄຟຟ້າ( ຟ໋ອດ) 06ອັນ ພ້ອມດ້ວຍນ້ຳຢາ 02ຂວດ, ໂທລະສັບ 22ໜ່ວຍ, ລົດຈັກ 06ຄັນ, ອາວຸດເສິກ 01 ກະບອກພ້ອມລູກກະສູນ 20ລູກ, ເອົາກຳລັງ ປກສ ລົງກໍ່ສ້າງຮາກຖານການເມືອງ ຈຳນວນ 45 ສະຫາຍ, ປະເມີນບ້ານ ປ້ອງກັນຄວາມສະຫງົບດີ ຂອງແຂວງ, ມີ 03 ເມືອງຄື: ເມືອງ ອາດສະພັງທອງ, ເມືອງ ພີນ ແລະ ເມືອງ ຈຳພອນ, ພ້ອມນີ້ ຍັງໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍ 06 ວຽກຈຸດສຸມຢູ່ໃນແຜນ, ສືບຕໍ່ນຳພາສຶກສາອົບຮົມການເມືອງ- ແນວຄິດ ໃຫ້ກຳລັງວິຊາສະເພາະໃຫ້ໜັກແໜ້ນ, ສາມາດເຮັດສຳເລັດວຽກງານທີ່ໄດ້ຮັບການມອບໝາຍ ຕາມແຜນການທີ່ໄດ້ວາງອອກ, ສຸມໃສ່ແກ້ໄຂຮ້ານຂາຍເຫຼັກເສດ, ຮ້ານຂາຍຄຳ, ຮ້ານແລກປ່ຽນເງິນຕາ, ຮີບໂຮມເກັບກູ້ອາວຸດເສິກ-ອາວຸດລ່າເນື້ອ ທຸກປະເພດ, ຊຸກຍູ້ພາກສ່ວນກ່ຽວຂ້ອງເຮັດວຽກໂຄສະນາ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ໂດຍຮູບການຕ່າງໆໃຫ້ທົ່ວເຖິງ

ປະທານກອງປະຊຸມຍັງໄດ້ມີຄໍາເຫັນ, ເຈາະຈີ້ມ ແລະ ແລກປ່ຽນປະກອບຄຳຄິດ-ຄຳເຫັນ ຢ່າງກົງໄປກົງມາ ເພື່ອສຶບ ຕໍ່ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມເຂັ້ມແຂງຂຶ້ນໄປເລື້ອຍໆ.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments