Monday, September 23, 2024
Homeຂ່າວພາຍໃນບ້ານນາຈານເປີດນຳໃຊ້ອາຄານໂຮງຮຽນປະຖົມສົມບູນຫຼັງໃໝ່

ບ້ານນາຈານເປີດນຳໃຊ້ອາຄານໂຮງຮຽນປະຖົມສົມບູນຫຼັງໃໝ່

———————————

ໃນວັນທີ 23 ເມສາ 2023 ນີ້ຢູ່ທີ່ ເດີ່ນໂຮງຮຽນປະຖົມສົມບູນນາຈານ ບ້ານນາຈານເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີເປີດການນຳໃຊ້ອາຄານຮຽນຫຼັງໃໝ່ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ພັທ ຄຳທຸ່ນ ປະສານແກ້ວ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ,ທ່ານ ຄຳຮູ້ ພູມມະລາດ ກຳມະການພັກເມືອງ ຫົວໜ້າໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ຍາທ່ານ ຊື່ນ ກົມມະລີ ຄະນະປະຈໍາ ອພສ ເມືອງ ຊີ້ນໍາເຂດໂພນຜາງ, ພຣະອາຈານ ສົມຄິດ ສີລິພອນເພັດຈັນເຮືອງ ເຈົ້າອະທິການວັດບ້ານນາຈານ ຜູ້ໃຫ້ທຶນໃນເບື້ອງຕົ້ນ ,ອຳນວຍການໂຮງຮຽນ,ຄູອາຈານ ,ມີບັນດາທ່ານແຂກທີ່ຖືກເຊີນຕະຫຼອດຮອດ ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ພາຍໃນບ້ານນາຈານ ເຂົ້າຮ່ວມ

ໃນພິທີ ທ່ານ ພຸດສະດີ ພິລາວັນດີ ຮອງນາຍບ້ານນາຈານ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງອາຄານໂຮງຮຽນປະຖົມສົມບູນບ້ານນາຈານຫຼັງໃໝ່ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງແຕ່ 6 ທັນວາ ປີ 2016 ຈົນເຖິງ 6 ເມສາ 2023 ຈຶ່ງໄດ້ສຳເລັດ 100% ສຳລັບອາຄານ,ສ່ວນໂຕະຕັ່ງນັກຮຽນ,ໂຕະຄູ,ກະດານດຳ ແມ່ນຍັງບໍ່ທັນສຳເລັດເຊິ່ງຂະໜາດຂອງອາຄານຮຽນ ແມ່ນ 8×48 ແມັດ,ຫ້ອງຮຽນຂະໜາດ 6 x 6 ແມັດ, ກໍ່ດ້ວຍດິນຈີ່,ພື້ນເບຕົງ, ຫຼັງຄາມຸງດ້ວຍກະເບື້ອງ, ເພດານເຮັດດ້ວຍໂຄງໄມ້ສ່ວນພື້ນເພດານເປັນແຜ່ນລຽບ,ອາຄານຮຽນຫຼັງໃໝ່ ບ້ານນາຈານແຫ່ງນີ້ ແມ່ນໄດ້ທຶນກໍ່ສ້າງຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ພຣະອາຈານ ສົມຄິດ ສີລິພອນເພັດຈັນເຮືອງ ເຈົ້າອະທິການວັດບ້ານນາຈານ ຈຳນວນ 111 ກວ່າລ້ານກີບ,ປະຊາຊົນແຕ່ລະຄອບຄົວພາຍໃນບ້ານນາຈານສົມທົບກັນ ຈຳນວນ 20 ລ້ານກວ່າກີບ,ໂຮງຮຽນປະຖົມສົມບູນບ້ານນາຈານເອງ 3 ລ້ານກວ່າກີບ ແລະ ໄດ້ຈາກພາກສ່ວນອື່ນໆອີກ.ແຮງງານແມ່ນປະຊາຊົນພາຍໃນບ້ານນາຈານເອງ ເຊິ່ງໄດ້ແບ່ງຄວາມຮັບຜິດຊອບວັນລະ 2 ໜ່ວຍໝູນວຽນກັນໄປ, ລວມມູນຄ່າໃນການກໍ່ສ້າງທັງໝົດໃນການຊື້ວັດຖຸການກໍ່ສ້າງ ແລະ ອຸປະກອນຮັບໃຊ້ແມ່ນ 148 ລ້ານກວ່າກີບ.

ຈາກນັ້ນໃນພິທີ ໄດ້ມີການກ່າວເປີດການນຳໃຊ້ອາຄານຮຽນຫຼັງໃໝ່ຢ່າງເປັນທາງການໂດຍ ທ່ານ ພັທ ຄຳທຸ່ນ ປະສານແກ້ວ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ ພ້ອມທັງຕັດແຖບຜ້າເປີດການນຳໃຊ້ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມົງຄົນນຳອີກ

ພາບ-ຂ່າວ:ໂຢດນ້ອຍ ວັນທະຍາ

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments