Sunday, September 22, 2024
Homeຂ່າວໜ້າໜຶ່ງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບປະທານປະເທດ ສສ ຫວຽດນາມ.

ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບປະທານປະເທດ ສສ ຫວຽດນາມ.

ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສາທາ ລະນະລັດສັງຄົມນິຍົມ ຫວຽດນາມ ຢູ່ທີ່ສຳນັກງານປະທານປະເທດ ສສ ຫວຽດ ນາມ ໃນວັນທີ 25 ເມສາ 2023.

ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ການນຳຂັ້ນສູງຂອງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ-ສອງລັດ ກໍ່ຄືສອງຊາດ ລາວ-ຫວຽດນາມ ໄລຍະຜ່ານມາ ເຊິ່ງເປັນການປະກອບ ສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດ ນາມ, ພ້ອມນີ້, ທ່ານປະທານປະເທດ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ບົດບາດຂອງອົງການແນວໂຮມ ເຊິ່ງເປັນພາກສ່ວນທີ່ສຳຄັນໃນລະບົບການເມືອງຂອງສອງປະເທດ ແລະຈະສະໜັບສະໜູນ ໃຫ້ສອງອົງການແນວໂຮມ ໄດ້ຂະຫຍາຍການພົວພັນຮ່ວມມືລົງສູ່ທ້ອງຖິ່ນຢ່າງທົ່ວເຖິງ.

ໂອກາດນີ້, ປະທານສູນກາງແນວລາວສ້າງຊາດ ໄດ້ລາຍງານກ່ຽວກັບແຜນການເຄື່ອນໄຫວ ຂອງຄະນະຜູ້ແທນ ທີ່ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ ສສ ຫວຽດ ນາມ ຢ່າງເປັນທາງການ ລະຫວ່າງວັນທີ 24-28 ເມສາ 2023 ແລະຜົນຂອງການພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮັບຊາບ; ພ້ອມນີ້, ໄດ້ສະແດງຄວາມຂອບໃຈ ຕໍ່ຄຳເຫັນອັນຈົບງາມຂອງສະຫາຍປະທານປະເທດ ຫວໍ ວັນ ເຖືອງ ທີ່ມີເນື້ອໃນຊີ້ນຳສຳຄັນຫຼາຍປະການ ຕໍ່ການຮ່ວມມືຂອງສອງອົງການແນວໂຮມ ແລະບັນດາອົງການຄູ່ສັນຍາຮ່ວມມື ໃນສະເພາະໜ້າ ແລະຍາວນານ ຍິນດີຮັບເອົາຄຳເຫັນຂອງ ສະຫາຍ ໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ; ພ້ອມທັງກ່າວອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ, ຈະເລີນງອກງາມ ແລະເກີດດອກອອກຜົນຍິ່ງໆຂຶ້ນ.

ພາບ ແລະຂ່າວໂດຍ: ຈິດຕະພົງ ໂພທິລັກ, ບກ: ພ. ບຸບຜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments