Sunday, September 22, 2024
Homeຂ່າວໜ້າໜຶ່ງແລກປ່ຽນບົດຮຽນ ການອໍານວຍຄວາມສະດວກດ້ານການຄ້າລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ແລກປ່ຽນບົດຮຽນ ການອໍານວຍຄວາມສະດວກດ້ານການຄ້າລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ກົມເສດຖະກິດ ກະຊວງການຕ່າງປະເທດ ເປັນເຈົ້າພາບຈັດກອງປະຊຸມເວທີປຶກສາຫາລື ພາຍໃຕ້ຫົວຂໍ້: “ແລກປ່ຽນບົດຮຽນ ດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໃນວັນທີ 25 ເມສາ 2023 ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ ຂອງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສປ ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ສສ ຫວຽດນາມ ໂດຍໄດ້ຮັບການສະໜັບສະໜູນຈາກ ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ການຈັດກອງປະຊຸມໃນຄັ້ງນີ້, ເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບ ການຈັດ ຕັ້ງປະຕິບັດວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າ ຂອງປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດານິຕິກຳ, ຂໍ້ກຳນົດ ແລະ ລະບຽບຕ່າງໆ ທີ່ກ່ຽວຂ້ອງກັບການອຳນວຍຄວາມສະດວກດ້ານການຄ້າ ໃນໄລຍະຜ່ານມາ, ພ້ອມທັງທົບທວນ ແລະ ຕີລາຄາຄືນເຖິງກາລະໂອກາດ, ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກໃນການສົ່ງເສີມການຄ້າຂ້າມແດນກັບບັນດາປະເທດແມ່ນ້ຳຂອງ ເພື່ອສ້າງສະພາບແວດລ້ອມທີ່ດີ ເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ ແລະ ວາງແຜນທິດທາງແຜນການໃນຕໍ່ໜ້າ.

ໃນເວທີປຶກສາຫາລືໃນຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ ກ່ຽວກັບ ທ່າແຮງບົ່ມຊ້ອນ ແລະ ວຽກງານຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນ ໂດຍສະເພາະ ວຽກງານການເຊື່ອມໂຍງ-ເຊື່ອມຈອດ ດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ, ມີການແລກປ່ຽນບົດຮຽນ, ປະສົບການ ແລະ ຄໍາຄິດເຫັນ ຢ່າງກົງໄປກົງມາ ກ່ຽວກັບ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ລວມທັງບັນດາຂໍ້ສະເໜີແນະ ໃນການຈັດຕັ້ງປະຕິບັດວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າໃນຕໍ່ໜ້າ ແນໃສ່ການຊຸກຍູ້ເສດຖະກິດ ແລະ ຍາດແຍ່ງເອົາຜົນປະໂຫຍດຕົວຈີງມາສູ່ປະຊາຊົນ ຂອງປະເທດແມ່ນໍ້າຂອງ ກໍຄື ໃນພາກພື້ນ ແລະ ສາກົນ.

ນອກຈາກນີ້, ໃນວັນທີ 26 ເມສາ 2023, ບັນດາຜູ້ເຂົ້າຮ່ວມເວທີປຶກສາຫາລື ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຍັງຈະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ຕ່າງໆ ທີ່ເປັນທ່າແຮງດ້ານການພັດທະນາຂອງແຂວງຫລວງພະບາງ ຕື່ມອີກ.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments