Sunday, September 22, 2024
Homeຂ່າວພາຍໃນຫາລືກະກຽມດຳເນີນກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ ຄັ້ງທີ IX

ຫາລືກະກຽມດຳເນີນກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ ຄັ້ງທີ IX

ໃນວັນທີ 24 ເມສາ 2023 ນີ້, ຫ້ອງວ່າການສູນກາງພັກ ຈັດກອງປະປຶກສາຫາລືການກະກຽມຄວາມພ້ອມດຳເນີນກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ ຄັ້ງທີ IX, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາ ສະຫາຍ ຕາງໜ້າຈາກ 4 ຫ້ອງວ່າການ ແລະ ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານນິຕິກໍາ ວ່າດ້ວຍການອະນຸມັດເປີດກອງປະຊຸມ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ, ພ້ອມທັງລາຍງານຫຍໍ້ ກ່ຽວກັບການກະກຽມທາງດ້ານເນື້ອໃນ, ແຜນການ ແລະ ລາຍການເຄື່ອນໄຫວໄລຍະກອງປະຊຸມ. ຈາກນັ້ນບັນດາ ສະຫາຍ ໃນຄະນະຮັບຜິດຊອບ ໄດ້ປະກອບຄໍາເຫັນຢ່າງພາວະວິໃສຕໍ່ບັນຫາຕ່າງໆ ພ້ອມທັງລາຍງານ ຄວາມຄືບໜ້າໃນການກະກຽມເນື້ອໃນ ບົດສຳມະນາວິທະຍາ ຂອງແຕ່ລະພາກສ່ວນທີ່ໄດ້ຮັບຜິດຊອບ.

ໂອກາດນີ້ ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນໃຫ້ແຕ່ລະພາກສ່ວນ ພ້ອມກັນກະກຽມ ຄວາມພ້ອມໃນດ້ານຕ່າງໆ ໃນການດຳເນີນກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ ຄັ້ງທີ IX ເພື່ອໃຫ້ມີການຫັນປ່ຽນໃນຕໍ່ໜ້າ; ໃຫ້ແຕ່ລະພາກສ່ວນພ້ອມກັນຄົ້ນຄວ້າຊອກຫາ ບັນຫາທີ່ຍັງບໍ່ທັນເອກະພາບກັນ ເພື່ອຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ພ້ອມກັນຊອກຫາວິທີແກ້ໄຂ້ປັບປຸງໃຫ້ດີຂຶ້ນ. ພ້ອມນັ້ນ, ໃຫ້ເປັນການຍົກລະດັບ, ສ້າງຄວາມຮັບຮູ້ໃໝ່ໃຫ້ແກ່ຜູ້ເຂົ້າຮ່ວມ ໄດ້ເຂົ້າໃຈຢ່າງເລິກເຊິງຕໍ່ວຽກງານຫ້ອງວ່າການ ໃນການເປັນເສນາທິການຮັບໃຊ້ການນຳ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments