Monday, September 23, 2024
Homeຂ່າວພາຍໃນວາງແຜນກະກຽມຄວາມພ້ອມຕອບໂຕ້ ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດ

ວາງແຜນກະກຽມຄວາມພ້ອມຕອບໂຕ້ ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມ ວາງແຜນການຈັດຕັ້ງປະຕິບັດ ໃຫ້ການຊ່ວຍ ເຫລືອຜູ້ປະສົບໄພພິບັດ ໃນລະຫວ່າງວັນທີ 20-21 ເມສາ 2023 ໂດຍໄດ້ຮັບການສະໜັບສະໜູນ ຈາກກາແດງສະວິດ ແລະ ການຮ່ວມມືກັບ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ(IFRC) ພາຍໃຕ້ໂຄງການພັດທະ ນາສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການກາແດງແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ໂຄລິນ ສີວາລິງກຳ ຫົວໜ້າພະແນກຄຸ້ມຄອງໄພພິບັດ ລັດຄວິນສ໌ແລນ ຂອງອົງການກາແດງອົດສະຕາລີ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າ-ຮອງຫົວໜ້າອົງການກາແດງແຂວງຄຳມ່ວນ, ຈຳປາສັກ, ຫລວງພະບາງ, ຜູ້ຕາງໜ້າຈາກອົງການກາແດງສະວິດ, ຜູ້ຕາງໜ້າຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ແນໃສ່ການວາງແຜນການຈັດຕັ້ງປະຕິບັດ ແລະ ການຊ່ວຍເຫລືອຜູ້ປະສົບໄພ,ກະ ກຽມຄວາມພ້ອມຕອບໂຕ້ໄພພິບັດຢ່າງມີປະສິດທິພາບ ການໃຫ້ການຊ່ວຍເຫລືອ, ການສຳຫລວດຜົນເສຍຫາຍ,ການປະເມີນ, ຜູ້ໄດ້ຮັບຜົນກະທົບ, ການກະກຽມຄວາມພ້ອມ ແລະ ອື່ນໆໃຫ້ແກ່ອົງການກາແດງແຫ່ງຊາດລາວ, ໂຄງການດັ່ງກ່າວໄດ້ເລີ່ມ ຈັດຕັ້ງປະຕິບັດມາແຕ່ປີ 2021 ແລະ ຈະສິ້ນສຸດໃນປີ 2024 ໂດຍຈັດຕັ້ງປະຕິບັດຢູ່ແຂວງ 3 ແຂວງຄື: ແຂວງຫລວງພະບາງ, ຄໍາມ່ວນ ແລະ ແຂວງຈໍາປາສັກ ເພື່ອຍົກສູງຄວາມສາມາດໃນການກຽມຄວາມພ້ອມຕອບໂຕ້ໄພພິບັດ ແລະ ຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ອົງການກາແດງແຫ່ງຊາດລາວ ສາມາດຕອບໂຕ້ກັບວິກິດການ ແລະ ໄພພິບັດ ໄດ້ຢ່າງມີປະສິດທິພາບ ແລະ ເຮັດໜ້າທີ່ຊ່ວຍວຽກງານຄຸ້ມຄອງໄພພິບັດ ເຊິ່ງໄດ້ກໍານົດຢ່າງຈະແຈ້ງ ແລະ ເປັນທີ່ຍອມຮັບ ຂອງຜູ້ໄດ້ຮັບຜົນກະທົບຈາກວິກິດການທາງດ້ານໄພພິບັດ ໄດ້ຮັບການຊ່ວຍເຫລືອ ແລະ ສະໜັບສະໜູນຢ່າງທັນການ.

ພ້ອມນີ້, ຍັງເປັນການສ້າງຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານການປະເມີນຄວາມພ້ອມຂອງກົນໄກການຕອບໂຕ້ສຸກເສີນ (Preparedness for Effective Response ຫລື PER) ໃນການປະເມີນຄວາມສາມາດ ກໍຄື ຄວາມພ້ອມຂອງອົງການກາແດງແຫ່ງຊາດລາວ ໃນການຕອບໂຕ້ສຸກເສີນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ເພື່ອສ້າງແຜນການພັດທະນາກົນໄກການຕອບໂຕ້ສຸກເສີນ, ສາມາດວິເຄາະ, ກຳນົດບັນຫາ, ຂໍ້ຄົງຄ້າງ ແລະ ວຽກງານບູລິມະສິດ, ມີປະສົບການໃນການຈັດຕັ້ງປະຕິບັດ ຂະບວນການປະເມີນຕອບໂຕ້ສຸກເສີນ ໄດ້ຢ່າງມີປະສິດທິພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments