Sunday, September 22, 2024
Homeຂ່າວໜ້າໜຶ່ງທ່ານນາຍົກລັດຖະມົນຕີ ຕ້ອນຮັບທ່ານເລຂາທິການໃຫຍ່ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບທ່ານເລຂາທິການໃຫຍ່ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ

ໃນຕອນແລງ ຂອງວັນທີ 21 ເມສາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາ ຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ກໍ ດອນ ຮຸກ (Gordon Hook), ເລຂາທິການໃຫຍ່ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ ພ້ອມດ້ວຍຄະນະປະເມີນສາກົນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ກໍ ດອນ ຮຸກ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້ ເປັນການເກັບກໍາຂໍ້ມູນ, ວິເຄາະສະພາບ ແລະ ບັນຫາຕ່າງໆໃນໄລຍະຜ່ານມາ ເພື່ອຮ່າງບົດລາຍງານການປະເມີນ ສປປ ລາວ (ສະບັບທີ 2) ກ່ອນຈະນໍາເອົາບົດລາຍງານດັ່ງກ່າວ ເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມປະຈໍາປີ ຂອງກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ ໃນເດືອນກໍລະກົດ 2023 ນີ້.

ພ້ອມດຽວກັນນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ແຈ້ງໃຫ້ຊາບເຖິງ ຄວາມພະຍາຍາມ, ຄວາມເອົາໃຈໃສ່ຂອງທຸກພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ກ່ຽວກັບການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ຜູ້ກໍ່ການຮ້າຍ ຕະ ຫຼອດໄລຍະຜ່ານມາ ເຊິ່ງໄດ້ມີການປັບປຸງ ແລະ ສ້າງນິຕິກໍາ ລວມທັງ ກົນໄກການຄຸ້ມຄອງ ເຊິ່ງເຮັດໃຫ້ວຽກງານດັ່ງກ່າວ ຖືກຈັດຕັ້ງປະຕິບັດມີຜົນສໍາເລັດ ແລະ ມີປະສິດທິຜົນ ເປັນຢ່າງດີ. ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີຄໍາເຫັນ ຢືນຢັນວ່າ ລັດຖະບານ ສປປ ລາວ ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ການຕ້ານການຟອກເງິນ ແລະ ສະໜອງທຶນແກ່ການຮ້າຍ ຢ່າງເປັນລະບົບ, ສືບຕໍ່ແກ້ໄຂບັນຫາຂໍ້ຄົງຄ້າງຢ່າງຕັ້ງໜ້າ ແລະ ຈິງຈັງ ເພາະວຽກງານດັ່ງກ່າວ ມີຄວາມສໍາຄັນ ຕໍ່ການພັດທະນາເສດຖະກິດຂອງ ສປປ ລາວ ພ້ອມທັງ ຫວັງຢ່າງຍິ່ງວ່າທ່ານ ເລຂາທິການໃຫຍ່ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ ພ້ອມດ້ວຍຄະນະປະເມີນສາກົນ ຈະນໍາເອົາບັນດາຂໍ້ສະ ເໜີ, ຄໍາຄິດເຫັນ, ຂໍ້ມູນຕ່າງໆ ທີ່ທາງຄະນະຝ່າຍລາວ ໄດ້ສະໜອງໃຫ້ ມາພິຈາລະນາຢ່າງຖີ່ຖ້ວນ ທັງນີ້ ກໍ່ເພື່ອຮັບປະກັນໃຫ້ການປະເມີນຜົນໃນຄັ້ງນີ້ ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງ ສປປ ລາວ ເພາະຜົນການປະເມີນໃນຄັ້ງນີ້ ມີຄວາມສໍາຄັນຫຼາຍ ແລະ ມີຜົນຕໍ່ຄວາມນ່າເຊື່ອຖືຂອງ ສປປ ລາວ ລວມທັງ ເປັນການສ້າງເງື່ອນໄຂ ແລະ ຄວາມເຊື່ອ ໝັ້ນໃຫ້ແກ່ນັກລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດຂອງປະເທດລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ. ພ້ອມກັນນີ້, ກໍ່ສະເໜີໃຫ້ສືບຕໍ່ໃຫ້ການແນະນໍາ ຊ່ວຍເຫຼືອທາງດ້ານບຸກຄະລາກອນ, ດ້ານວິຊາການ ແລະ ບົດຮຽນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຂອງຕ່າງປະເທດ ທີ່ໄດ້ມີຜົນສໍາເລັດເປັນຢ່າງດີ.

ໃນໂອກາດດຽວກັນ, ທ່ານ ກໍ ດອນ ຮຸກ (Gordon Hook) ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນການເຄື່ອນ ໄຫວເຮັດວຽກ ຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນຄັ້ງນີ້ ກໍ່ຄື ແຜນການທີ່ຈະເຮັດວຽກຮ່ວມກັນກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນຕໍ່ໜ້າ.

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານ ນາຍົກລັດຖະມົນຕີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments