Sunday, September 22, 2024
Homeບຸນປະເພນີພິທີແຫ່ນາກຈາກພະທາດຈອມສີ ປີນີ້ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວ

ພິທີແຫ່ນາກຈາກພະທາດຈອມສີ ປີນີ້ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວ

ກິດຈະກຳການແຫ່ນາກ ຈາກພະທາດຈອມສີ ລົງສູ່ໜອງເທີງເກດ ບໍລິເວນຫໍພິພິທະພັນແຫ່ງຊາດ ຫລື ພະລາດສະວັງເກົ່າ ຂອງອານາຈັກລາວລ້ານຊ້າງ ແມ່ນຈັດຂຶ້ນເປັນປະຈຳທຸກປີ ໂດຍມີການສະແດງ ຂອງນັກສະແດງຈາກໂຮງລະຄອນພະລັກພະລາມ ຢູ່ໜ້າຫໍພະບາງ ເພື່ອເປັນການເຜີຍແຜ່ວັດທະນະທຳອັນດີງາມ ທັງເປັນການປະຕິບັດຕາມພິທີກຳທາງສາສະໜາ ກ່ອນທີ່ຈະມີການອັງເຊີນອົງພະບາງລົງຫົດສົງຢູ່ວັດໃໝ່ ສຸວັນນະພູມມາລາມ.

ການແຫ່ນາກຈາກພະທາດຈອມສີ ລົງສູ່ໜອງເທີງເກດ ໃນບໍລິເວນຫໍພິພິດທະພັນແຫ່ງຊາດ ຫລື ພະລາດສະວັງເກົ່ານັ້ນ ແມ່ນມີຄວາມເປັນມາຕາມການເລົ່າຂານກັນມາວ່າ: ແມ່ນມູນເຫດຈາກທ້າວໃຈຈຳນົງຮັກສາພະບາດ ສີສັກຕະນາກເຈົ້າຢູ່ເຝົ້າຈອມສີ ກົງທະນາບໍດີເປັນເຄົ້າ ໝາຍເຖິງວ່າຕົນນີ້ໃຫຍ່ກວ່າເພີ່ນ. ດັ່ງນັ້ນ, ໃນມື້ສັງຂານຂຶ້ນຈະຕ້ອງໄດ້ແຫ່ຈາກພະທາດຈອງສີ ລົງມາສູ່ໜອງເທີງເກດ, ອີກດ້ານໜຶ່ງ ແມ່ນການສືບສານປະເພນີ ແລະ ພິທີກຳ ທີ່ຄະນະໜ່ວຍຟື້ນຟູ ຂອງໂຮງລະຄອນພະລັກພະລາມ ໄດ້ຈັດຂຶ້ນ ກ່ອນມື້ອັງເຊີນອົງພະບາງລົງຫົດສົງຢູ່ວັດໃໝ່ສຸວັນນະພູມມາລາມ, ນອກຈາກການແຫ່ນາກຈາກພະທາດຈອມສີ ລົງສູ່ໜອງເທີງເກດແລ້ວ ແມ່ນໄດ້ຈັດໃຫ້ມີການສະແດງສິລະປະວັນນະ ຄະດີ ເຊິ່ງສິ່ງທີ່ຂາດບໍ່ໄດ້ຄືການຟ້ອນລຳໂຄມ ເພື່ອສະຫລອງນາກ ແລະ ຟ້ອນອວຍພອນ.

ໃນປີນີ້ ແມ່ນໄດ້ຈັດການສະແດງລະຄອນພະລັກ-ພະລາມບາງຕອນ ຈາກນັ້ນ ແມ່ນການຟ້ອນຍັກ, ຟ້ອນລີງ ແລະ ຟ້ອນນາງແກ້ວ, ແຕ່ລະບົດຟ້ອນ ແມ່ນມີປະຫວັດຄວາມເປັນມານັບແຕ່ສັດຕະວັດທີ 14 ສະໄໝພະເຈົ້າຟ້າງຸ່ມມະຫາລາດ ເຕົ້າໂຮມອານາຈັກລາວລ້ານຊ້າງ, ເຊິ່ງໄດ້ຮັບການຟື້ນຟູຄືນໃໝ່ ໂດຍຄະນະຮັບຜິດຊອບການຟື້ນຟູ ຂອງໂຮງລະຄອນພະລັກ-ພະລາມ ແລະ ປັດຈຸບັນ ແມ່ນຍັງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍໄດ້ເປັນຢ່າງດີ. ນອກຈາກ ການສະແດງຢູ່ໜ້າຫໍພະບາງແລ້ວ, ໂຮງລະຄອນພະລັກພະລາມ ຈະໄດ້ຈັດການສະແດງຢູ່ວັດໃໝ່ສຸວັນນະພູມມາລາມ ເປັນເວລາ 3 ຄືນ ນັບແຕ່ວັນທີ 17-20 ເມສາ 2023.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments