Sunday, September 22, 2024
Homeຂ່າວພາຍໃນອຸດົມໄຊ ຫາລືການປ້ອງກັນຜົນກະທົບຈາກຝຸ່ນລະອອງ PM 2,5 ໃຫ້ແກ່ນັກຮຽນ

ອຸດົມໄຊ ຫາລືການປ້ອງກັນຜົນກະທົບຈາກຝຸ່ນລະອອງ PM 2,5 ໃຫ້ແກ່ນັກຮຽນ

ແຫລ່ງຂ່າວຈາກ ແຂວງອຸກົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໄດ້ມີການປຶກສາຫາລື ເຊິ່ງກັນ ແລະ ກັນ ລະຫວ່າງ ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກ ສາທາລະນະສຸກ ແລະ ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງອຸດົມໄຊ ພ້ອມດ້ວຍວິຊາການ ກ່ຽວກັບການຊອກຫາແນວທາງ ໃນການປ້ອງກັນຜົນກະທົບ ຈາກຝຸ່ນລະອອງ PM2,5 ໃຫ້ແກ່ນັກຮຽນ ພາຍໃນແຂວງອຸດົມໄຊ.

ເນື່ອງຈາກ ປັດຈຸບັນ, ສະພາບອາກາດ ຢູ່ທົ່ວປະເທດ ໂດຍສະເພາະຢູ່ແຂວງອຸດົມໄຊ ເກີດມີໝອກຄວັນ ຫລື ຝຸ່ນລະອອງ PM 2,5 ທີ່ເກີດມາຈາກການຈູດປ່າ ເພື່ອທໍາການຜະລິດຂອງປະຊາຊົນ, ການຈູດຂີ້ເຫຍື້ອຂອງຄົວເຮືອນ, ຈູດໃບໄມ້, ສິ່ງເສດເຫລືອຕ່າງໆ ລວມທັງການຜະລິດຂອງໂຮງງານອຸດສາຫະກຳ ເຮັດໃຫ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ ເປັນຕົ້ນ ລະບົບທາງເດີນຫາຍໃຈ ແລະ ປອດ, ລະບົບຫົວໃຈ, ເສັ້ນເລືອດ, ສະໝອງ, ຜິວໜັງ ແລະ ອະໄວຍະວະຕ່າງໆຂອງຮ່າງກາຍ ໂດຍສະເພາະແມ່ນເດັກນ້ອຍ,ແມ່ ຍິງຖືພາ, ຜູ້ອາຍຸສູງ ແລະ ຜູ້ທີ່ມີພູມຕ້ານທານຕ່ຳ.

ຜ່ານການການປຶກສາຫາລື ໃນເບື້ອງຕົ້ນ, 2 ຂະແໜງການດັ່ງກ່າວ ເຫັນດີເປັນເອກະພາບ ໃນການຊອກຫາແນວທາງການແກ້ໄຂ ແລະ ປ້ອງກັນ ໝອກຄວັນ ຫລື ຝຸ່ນລະອອງ PM2,5 ໃຫ້ແກ່ນ້ອງນັກຮຽນພາຍໃນແຂວງອຸດົມໄຊ ດ້ວຍການມອບ ຜ້າອັດປາກ-ດັງ ຈຳນວນ 100.000 ອັນ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ແຂວງ ນໍາໄປແຈກຢາຍຕໍ່ໃຫ້ບັນດາໂຮງຮຽນ ແລະ ນ້ອງນັກຮຽນ ທົ່ວແຂວງອຸດົມໄຊ ນຳໃຊ້ເຂົ້າໃນການປ້ອງກັນ ຝຸ່ນລະອອງດັ່ງກ່າວ.

ຂ່າວ: ຄານມະນີ ຮຽນດໍຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments