Monday, September 23, 2024
Homeຂ່າວຕ່າງປະເທດການຍ່າງ 8.000 ກ້າວຕໍ່ວັນຊ່ວຍຫຼຸດຄວາມສ່ຽງໃນການເສຍຊີວິດ

ການຍ່າງ 8.000 ກ້າວຕໍ່ວັນຊ່ວຍຫຼຸດຄວາມສ່ຽງໃນການເສຍຊີວິດ

ຂ່າວຕ່າງປະເທດລາຍງານ ເມື່ອຕົ້ນອາທິດຜ່ານມາ, ທີມນັກວິໄຈຂອງຍີ່ປຸ່ນ ຊຶ່ງປະກອບດ້ວຍຜູ້ຊ່ຽວຊານຈາກບັນດິດວິທະຍາໄລການແພດແຫ່ງມະຫາວິທະຍາໄລກຽວໂຕຄົ້ນພົບວ່າ ການຍ່າງ 8.000 ກ້າວຕໍ່ວັນ ໃນໄລຍະວັນພັກທ້າຍອາທິດສາມາດຫຼຸດຄວາມສ່ຽງການເສຍຊີວິດໄດ້.

ຜູ້ທີ່ຍ່າງຢ່າງນ້ອຍ 8.000 ກ້າວຕໍ່ວັນເປັນເວລາ 1-2 ວັນຕໍ່ອາທິດ ຊ່ວຍໃຫ້ຫຼຸດຄວາມສ່ຽງການເສຍຊີວິດລົງ ຫຼັງຈາກຜ່ານໄປ 10 ປີ ຊຶ່ງໃກ້ຄຽງກັບຄົນທີ່ຍ່າງຈຳນວນກ້າວເທົ່າກັນເປັນເວລາ 3-7 ວັນຕໍ່ອາທິດ ຊຶ່ງການວິໄຈສະບັບກ່ອນໜ້ານີ້ສະແດງໃຫ້ເຫັນວ່າ ການຍ່າງ 8.000 ກ້າວ ຫຼື ຫຼາຍກວ່ານັ້ນຕໍ່ວັນສາມາດຫຼຸດຄວາມສ່ຽງການເສຍຊີວິດ. ຄະນະນັກວິໄຈໄດ້ໃຊ້້ຂໍ້ມູນການສຳຫຼວດຈາກກະຊວງສຸຂະພາບ ແລະ ບໍລິການມະນຸດຂອງອາເມຣິກາ ທີ່ເຮັດຂຶ້ນໃນລະຫວ່າງປີ 2005-2006 ເພື່ອສຶກສາຄວາມສຳພັນລະຫວ່າງຈຳນວນການຍ່າງຕໍ່ວັນຂອງກຸ່ມຄົນທີ່ມີອາຍຸ 20 ປີຂຶ້ນໄປ ຈຳນວນ 3.101 ຄົນ ຊຶ່ງມີອາຍຸສະເລ່ຍ 50,5 ປີ ກັບຄວາມສ່ຽງການເສຍຊີວິດໃນອີກ 10 ປີຕໍ່ມາ. ສຳລັບກຸ່ມຄົນທີ່ຍ່າງຢ່າງນ້ອຍ 8.000 ກ້າວຕໍ່ວັນເປັນເວລາ 0 ວັນ, 1-2 ວັນ ແລະ 3-7 ວັນພົບວ່າ ກຸ່ມຄົນທີ່ຍ່າງ 3-7 ວັນ ມີອັດຕາການເສຍຊີວິດ 16,5% ຕ່ຳກວ່າກຸ່ມຄົນທີ່ບໍ່ໄດ້ຍ່າງ ຂະນະທີ່ອັດຕາການເສຍຊີວິດຂອງກຸ່ມຄົນທີ່ຍ່າງເປັນເວລາ 1-2 ວັນ ຢູ່ທີ່ 14,9%.

ນອກຈາກນີ້, ຄະນະນັກວິໄຈໄດ້ຈຳກັດສາເຫດການເສຍຊີວິດໄວ້ສະເພາະພະຍາດທີ່ກ່ຽວກັບຫົວໃຈ ແລະ ຫຼອດເລືອດ ພົບວ່າອັດຕາການເສຍຊີວິດສຳລັບກຸ່ມຄົນທີ່ຍ່າງ 3-7 ວັນຫຼຸດລົງ 8,4% ສ່ວນອັດຕາການເສຍຊີວິດສຳລັບກຸ່ມຄົນທີ່ຍ່າງ 1-2 ວັນຫຼຸດລົງ 8,1%. ທັງນີ້, ທ່ານ ໂຄສຸເກະ ອິໂນະອຸເອະ ຜູ້ຊ່ວຍສາສະດາຈານປະຈຳບັນດິດວິທະຍາໄລການແພດ ແຫ່ງມະຫາວິທະຍາໄລກຽວໂຕ ໄດ້ແນະນຳໃຫ້ຜູ້ຄົນອອກໄປຍ່າງຫຼິ້ນຖ້າຫາກມີເວລາໃນໄລຍະວັນພັກທ້າຍອາທິດ ແຕ່ບໍ່ຈຳເປັນຕ້ອງຮູ້ສຶກກົດດັນວ່າ ຕ້ອງຍ່າງທຸກວັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments