Monday, September 23, 2024
Homeຂ່າວໜ້າໜຶ່ງທ່ານຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າບໍລິໂພກສາກົນ ທີ່ເມືອງຫາຍໂຄ ແຂວງຫາຍນານ ສປ ຈີນ

ທ່ານຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າບໍລິໂພກສາກົນ ທີ່ເມືອງຫາຍໂຄ ແຂວງຫາຍນານ ສປ ຈີນ

ໃນວັນທີ 9-13 ເມສາ 2023 ຜ່ານມາ ສະຫາຍ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າບໍລິໂພກສາກົນ ( China International Consumer Expo – Hainan Expo), ທີ່ເມືອງຫາຍໂຄ, ແຂວງຫາຍນານ ສປ ຈີນ. ງານວາງສະແດງດັ່ງກ່າວ ເປັນງານວາງສະແດງລະດັບຊາດຄັ້ງທໍາອິດພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ເປັນຄັ້ງທີ 3 ຂອງ ສປ ຈີນ ທີ່ກໍານົດເອົາ ສິນຄ້າບໍລິໂພກເປັນຫົວຂໍ້ສຳຄັນ ແລະ ຍັງເປັນງານສະແດງສິນຄ້າ ບໍລິໂພກທີ່ໃຫ່ຍທີ່ສຸດ ໃນຂົງເຂດອາຊີ-ປາຊີຟິກ.

ງານຄັ້ງນີ້ ນອກຈາກຈະເປັນການວາງສະແດງສິນຄ້າທີ່ມີຄຸນນະພາບ ແລະ ມີຄວາມທັນສະໄໝຊັ້ນແນວຫນ້າຂອງໂລກແລ້ວ, ກໍຍັງຈະເປັນເວທີສໍາຄັນ ສໍາລັບພາກລັດ ແລະ ພາກທຸລະກິດ ຂອງ ສປ ຈີນ ແລະ ບັນດາປະເທດຕ່າງໆ ທີ່ເຂົ້າຮ່ວມງານ ກໍຄືລະຫວ່າງບັນດາພາກສ່ວນກ່ຽວຂ້ອງຕ່າງໆ ຂອງປະເທດທີ່ເຂົ້າຮ່ວມງານຄັ້ງນີ້ດ້ວຍກັນໃນການປຶກສາຫາລື, ແລກປ່ຽນທັດສະນະ ແລະ ປະສົບການທີ່ດີຮ່ວມກັນ, ເພື່ອຊອກຫາຊ່ອງທາງຮ່ວມມືຄ້າຂາຍນຳກັນ ລວມທັງເປັນການເພີ່ມຄວາມເຊື່ອໝັ້ນໃຫ້ບັນດາຜູ້ປະກອບການ, ຜູ້ຊື້-ຜູ້ຂາຍ ທີ່ມີທ່າແຮງທີ່ຢູ່ໃນແຖວຫນ້າດ້ານສິນຄ້າອູປະໂພກ ລວມທັງຜູ້ບໍລິໂພກ ຂອງ ສປ ຈີນ ແລະ ປະເທດເຂົ້າຮ່ວມອື່ນໆ ຈາກທົ່ວໂລກ ໄດ້ໂຄສະນາສິນຄ້າຂອງຕົນ ເພື່ອເປັນການສົ່ງເສີ່ມສິນຄ້າອຸປະໂພກ ປະເພດຕ່າງໆ ໃຫ້ມີຄຸນນະພາບດີຂື້ນ ທັງເປັນການເຊື່ອມໂຍງ ແລະ ຂະຫຍາຍຕະຫຼາດສິນຄ້າຂອງຕົນອອກສູ່ພາຍນອກກໍຄືຕະຫລາດສາກົນຫລາຍຂຶ້ນ ຊຶ່ງໃນງານຄັ້ງນີ້ ໄດ້ມີບັນດາບໍລິສັດທີ່ເຂົ້າຮ່ວມງານວາງສະແດງຈາກ 65 ປະເທດ ແລະ ເຂດແຄວ້ນທີ່ໄດ້ມາເຂົ້າຮ່ວມງານວາງສະແດງ ແລະ ມີສິນຄ້າຫລາຍກ່ວາ 3000 ປະເພດທີ່ມາຮ່ວມວາງສະແດງ ແລະ ໃນນັ້ນມີປະມານ 300 ກ່ວາປະເພດທີ່ເປັນສິນຄ້າໃຫມ່ຫາກໍ່ເລີ່ມນໍາມາເປີດໂຕ ແລະໂຄສະນາສູ່ຕະຫລາດ.​

ໃນໂອກາດເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮັບກຽດໃຫ້ຂຶ້ນມີຄໍາເຫັນໃນພິທີເປີດງານທາງການ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຝ່າຍ ສປ ຈີນ ໂດຍສະເພາະແຂວງຫາຍຫນານ ແລະ ຄະນະຮັບຜິດຊອບຈັດດງານວາງສະແດງໃນຄັ້ງນີ້ທີ່ສາມາດຈັດງານໄດ້ຢ່າງຫຍິ່ງໃຫ່ຍ, ຈົບງາມ ແລະ ມີຄວາມຫມາຍສໍາຄັນສອດຄ່ອງກັບສະພາບເສດຖະກິດຂອງໂລກໃນປະຈຸບັນ ນອກນັ້ນ ທ່ານຮອງນາຍົກລັດຖະມົນຕີຍັງໄດ້ແຈ້ງໃຫ້ແຂກທີ່ເຂົ້າຮ່ວມໃນພິທີເປີດງານວາງສະແດງຊາບວ່າ ໃນວັນທີ 13 ເມສາ 2023, ສປປ ລາວ ແລະ ສປ ຈີນ ຈະໄດ້ເປີດໃຫ້ບໍລິການລົດໄຟຖ້ຽວປະຖົມມະລຶກ ນະຄອນຫຼວງວຽງຈັນ-ຄຸນໜີງ ແລະ ຄຸນໝິງ-ນະຄອນຫຼວງວຽງຈັນ ແລະ ເຊີນຊວນໃຫ້ບັນດາແຂກໄປໃຊ້ບໍລິການ ແລະ ຢ້ຽມຢາມ ສປປ ລາວ.

ນອກຈາກເຂົ້າຮ່ວມງານວາງສະແດງ ແລະ ຮ່ວມພິທິເປີດງານຢ່າງເປັນທາງການແລ້ວ, ໃນຕອນເຊົ້າຂອງວັນທີ 10 ເມສາ 2023, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບກັບ ສະຫາຍ ວາງ ຢົ້ງ, ຮອງປະທານສະພາທີ່ປຶກສາການເມືອງທົ່ວປະເທດ ຂອງ ສປ ຈີນ ແລະ ຕອນບ່າຍຂອງວັນທີ 11 ເມສາ 2023, ພົບປະກັບ ສະຫາຍ ເຟີງ ເຟ່, ກໍາມະການສູນກາງພັກກອມມູນິດຈີນ, ເລຂາພັກແຂວງໆຫາຍໜານ. ເຊິ່ງການພົບປະໃນຄັ້ງນີ້ ທັງສອງຝ່າຍ ໄດ້ຕີ​ລາຄາ​ສູງຕໍ່ການເປັນປະເທດເພື່ອນມິດຍຸດທະສາດ ຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີີນ, ຈີນ-ລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຜົນການພົບປະຂອງສອງເລຂາທິການໃຫຍ່ ລາວ-ຈີນ ໃຫ້ໄດ້ຮັບຫມາກຜົນ ລວມທັງການຈັດຕັ້ງຜັນຂະຫຍາຍບັນດາ ເອກະສານທີ່ການນໍາຂັນສູງຂອງທັງສອງປະເທດໄດ້ເຫັນດີ ແລະ ລົງນາມຮ່ວມກັນໃນໄລຍະຜ່ານມາ.  ສອງຝ່າຍມີຄວາມຍິນດີເພີ່ມທະວີການພົວພັນຮ່ວມມືນຳກັນພ້ອມທັງ ເຫັນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະ ກັນໃນ​ຕໍ່​ຫນ້າ. ນອກຈາກນີ້, ສະຫາຍເລຂາພັກແຂວງຫາຍຫນານໄດ້ສະແດງຄວາມຂອບໃຈມາຍັງພັກ ແລະ ລັດຖະບານ ສປປ ລາວ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງທີ່ນຳໂດຍສະຫາຍຮອງນາຍົກລັດຖະມົນຕີ ເພື່ອເຂົ້າຮ່ວມງານວາງສະແດງທີ່ຫາຍຫນານ ແລະ ຫາຍຫນານມີຄວາມຍິນດີປະກອບສ່ວນເຂົ້າໃນການພົວພັນຮ່ວມມື ລາວ- ຈີນ ແລະ ຈັດຕັ້ງຜັນຂະຫຍາຍການຕົກລົງເຫັນດີຂອງການນໍາຂັ້ນສູງຂອງສອງຝ່າຍ ໃນໂອກາດດັ່ງກ່າວສະຫາຍເລຂາພັກແຂວງໄດ້ແຈ້ງສະພາບການພັດທະນາຂອງແຂວງຫາຍຫນານ ລວມທັງການຈັດຕັ້ງປະຕິບັດນະໂຍບາຍຂອງສູນກາງພັກ ສປ ຈີນ ຊຶ່ງແຂວງຫາຍຫນານແມ່ນໄດ້ຮັບອະຍຸຍາດໃຫ້ສ້າງເປັນເຂດເສດຖະກິດການຄ້າພິເສດ ແລະ ເປັນເຂດປອດພາສີທີ່ໃຫຍ່ທີ່ສຸດໃນ ສປ ຈີນ ໂດຍມີການຊີ້ນຳໂດຍກົງຈາກສູນກາງພັກຂອງ ຈີນ ໂດຍສະເພາະແມ່ນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກ ສະຫາຍ ສີ ຈິນຜິງ ເລຂາທິຫານໃຫຍ່ ປະທານປະເທດ ຊຶ່ງທາງແຂວງຫາຍຫນານແມ່ນມີທ່າແຮງດ້ານກະສິກຳ ແລະ ການທ່ອງທ່ຽວ ນອກນັ້ນແຂວງຫາຍຫນານຍັງມີສູນຄົ້ນຄວ້າທົດລອງດ້ານກະສິກຳ ແລະ ແນວພັນ ປາ, ກຸ້ງ ແລະ ອື່ນໆ; ສອງຝ່າຍເຫັນວ່າ ໃນໂອກາດຕໍ່ໄປສອງຝ່າຍມີຫລາຍທ່າແຮງທີ່ສາມາດຮ່ວມມືນຳກັນ ແລະ ສອງຝ່າຍກໍໄດ້ມີການຮ່ວມມືນຳກັນແລ້ວໃນຫລາຍຂົງເຂດເປັນຕົ້ນດ້ານກະສິກຳ, ເຊັ່ນແນວພັນພືດຢາງພາລາ ນອກນັ້ນ ສະຫາຍຮອງນາຍົກຍັງໄດ້ແຈ້ງໃຫ້ຝ່າຍຈີນ ແຂວງຫາຍຫນານຊາບວ່າ ປະຈຸບັນ ພັກ ແລະ ລັດຖະບານ ສປປ ລາວ ກຳລັງສຸ່ມໃສການແກ້ໄຂສະພາບດ້ານເສດຖະກິດ ແລະ ຢາເສບຕິດ ລວມທັງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມຂອງ ສປປ ລາວ, ນອກນັ້ນ ຍັງໄດ້ສະເຫນີມາຍັງອຳນາດການປົກຄອງແຂວງຫາຍຫນານ ໃຫ້ຝື້ນຟູການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ໂດຍສະເພາະການພິຈາລະນາເປີດຄືນສາຍການບິນໂດຍກົງ ຈາກຫາຍຫນານເຖິງນະຄອນຫລວງວຽງຈັນ. ໃນໂອກາດການເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ທ່ານຮອງນາຍົກພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມບັນດາສະຖານທີ່ສໍາຄັນທາງດ້ານປະວັດສາດຂອງແຂວງ, ພື້ນຖານໂຄງລ່າງ ການພັດທະນາດ້ານເສດຖະກິດສັງຄົມ, ເຂດຮັກສາສຸຂະພາບ, ໂຮງຫມໍ, ເຂດພັດທະນາໃຫມ່ຂອງແຂວງຫາຍຫນານ ແລະ ຫໍພິພິຕະພັນຂອງພັກກອມມູນິດຈີນ ຢູ່ນະຄອນຫາຍໂຄ.

ພາບ-ຂ່າວ: ກະຊວງການຕ່າງປະເທດ

 

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments