Monday, September 23, 2024
HomeUncategorizedລາວ-ຫວຽດນາມ ພະຍາຍາມຊຸກຍູ້ການຮ່ວມມືດ້ານພະລັງງານໄຟຟ້າໃຫ້ບັນລຸເປົ້າໝາຍ

ລາວ-ຫວຽດນາມ ພະຍາຍາມຊຸກຍູ້ການຮ່ວມມືດ້ານພະລັງງານໄຟຟ້າໃຫ້ບັນລຸເປົ້າໝາຍ

ລາວ-ຫວຽດນາມ ເປັນປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງ, ປະຊາຊົນສອງຊາດ ໄດ້ມີສາຍພົວພັນທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ ສະໜິດຕິດພັນກັນມາແຕ່ດົນນານ. ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາມໃດກໍສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງສຸດອົກສຸດໃຈ, ນັບຕັ້ງແຕ່ສະໄໝຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ການນຳສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຕ່າງກໍມີຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈຢ່າງສຸດຊຶ້ງ ເມື່ອເຫັນການພົວພັນຮ່ວມມື, ຄວາມສາມັກຄີພິເສດຖານອ້າຍນ້ອງ, ຄວາມສັດຊື່ບໍລິສຸດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ໃນທຸກຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນ. ເວົ້າສະເພາະ ການພົວພັນຮ່ວມມືດ້ານພະລັງງານໄຟຟ້າ ລາວ ແລະ ຫວຽດນາມກໍໄດ້ມີການຮ່ວມມືຫຼາຍລະດັບ, ຫຼາຍໂຄງການ.

ອີງຕາມຂໍ້ມູນຈາກຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃຫ້ຮູ້ວ່າ: ຂະແໜງພະລັງງານ ແລະ ບໍ່ແຮ່ ລາວ ແລະ ຫວຽດນາມ ໄດ້ສືບຕໍ່ພົວພັນຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຮ່ວມມືພັດທະນາບັນດາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່ ທີ່ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ຕົກລົງກັນ.

ການນໍາເຂົ້າໄຟຟ້າຈາກລາວ ຂອງຫວຽດນາມ ໃນໄລຍະ 2021-2025 ໂດຍພື້ນຖານແມ່ນບັນລຸເປົ້າໝາຍທີ່ວາງໄວ້, ຮອດປັດຈຸບັນ, ລວມກໍາລັງການຜະລິດຂອງບັນດາໂຄງການໄຟຟ້າຢູ່ລາວ ທີ່ໄດ້ຮັບການອະນຸມັດ, ຮັບຮອງເຫັນດີດ້ານຫຼັກການຈາກນາຍົກລັດຖະມົນຕີຫວຽດນາມ ໃຫ້ນໍາເຂົ້າຫວຽດນາມ ແມ່ນ 2.689 MW (ທຽບໃສ່ເປົ້າໝາຍ 3.000 MW ໃນໄລຍະ 2021-2025). EVN ໄດ້ລົງນາມສັນຍາຊື້-ຂາຍໄຟຟ້າ (PPA) ຈໍານວນ 18 ສະບັບ ກັບບັນດານັກລົງທຶນ ເພື່ອຊື້ໄຟຟ້າຈາກ 25 ໂຄງການທີ່ລົງທຶນຢູ່ລາວ ຂາຍໄປຫວຽດນາມ ດ້ວຍກໍາລັງການຜະລິດລວມຈໍານວນ 2.180 MW; ໃນນັ້ນ ມີ 3 ໂຄງການ ໄດ້ດໍາເນີນການຜະລິດ (ເຊຂະໝານ 1, ເຊຂະໝານ 3 ແລະ ເຊຂະໝານຊານໄຊ) ລວມກໍາລັງການຜະລິດ 572 MW.

ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໄດ້ແລກປ່ຽນ, ປັບປຸງບັນດາຂໍ້ມູນຂ່າວສານກ່ຽວຂ້ອງກັບທີ່ຕັ້ງ, ຄວາມຄືບໜ້າ, ຂະໜາດ, ກໍາລັງການຜະລິດ ແລະ ຄາດຄະເນແຜນວິທີການເຊື່ອມຕໍ່ຂອງບັນດາໂຄງການໄຟຟ້າຢູ່ລາວ ເພື່ອນຳສະເໜີສົ່ງຂາຍໄຟຟ້າ ໄປຫວຽດນາມ.

ຂໍ້ມູນຈາກ ຄະນະກຳມະການຮ່ວມມືລາວ-ຫວຽດນາມ ຍັງໃຫ້ຮູ້ອີກວ່າ: ສອງຝ່າຍ ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ ວ່າດ້ວຍການຮ່ວມມືພັດທະນາບັນດາໂຄງການເຂື່ອນໄຟຟ້າຢູ່ລາວ, ການເຊື່ອມຕໍ່ລະບົບສາຍສົ່ງຕາຂ່າຍໄຟຟ້າ ແລະ ການຊື້-ຂາຍໄຟຟ້າ ລະຫວ່າງສອງປະເທດ ທີ່ໄດ້ລົງນາມກັນ ຢ່າງມີປະສິດທິຜົນ; ປະສານສົມທົບກັນກໍານົດແຜນແມ່ບົດບັນດາໂຄງການໄຟຟ້າ ຢູ່ລາວ ທີ່ຕ້ອງການຂາຍໄຟຟ້າໄປຫວຽດນາມ. ປະສານສົມທົບກັນຍູ້ແຮງຄວາມຄືບໜ້າ ຂອງການລົງທຶນ, ສໍາເລັດບັນດາໂຄງການສາຍສົ່ງ, ເຊື່ອມຕໍ່ຕາຂ່າຍໄຟຟ້າ ລະຫວ່າງສອງປະເທດ.

ສິ່ງທີ່ກ່າວມານັ້ນ ເປັນຂໍ້ມູນບາງສ່ວນ ໃນການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ລາວ-ຫວຽດນາມ ຊຶ່ງລັດຖະບານທັງສອງປະເທດ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ໄດ້ປະສານສົມທົບກັນຢ່າງສະໜິດແໜ້ນ ເພື່ອບັນລຸເປົ້າໝາຍໃນການຊື້-ຂາຍໄຟຟ້າຮ່ວມກັນ.

ໂດຍ: ຄ. ຄຳປະສິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments