Monday, September 23, 2024
Homeບຸນປະເພນີຫ້ອງການກະສິກຳ-ປ່າໄມ້ ຄອງຂັນຊະນະເລີດງານແຂ່ງຂັນຊ່ວງເຮືອປະຈໍາປີ 2023 ທີ່ເມືອງໂພນໄຊ

ຫ້ອງການກະສິກຳ-ປ່າໄມ້ ຄອງຂັນຊະນະເລີດງານແຂ່ງຂັນຊ່ວງເຮືອປະຈໍາປີ 2023 ທີ່ເມືອງໂພນໄຊ

ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2023 ໃນວັນທີ 8 ເມສາ 2023 ທີ່ບ້ານປາກງາ ເມືອງໂພນໄຊ, ໂດຍເປັນກຽດເຂົ້າຮ່ວມຊົມ ແລະ ມອບລາງວັນຂອງ ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ, ມີແຂກຖືກເຊີນຈາກພະແນກການຂອງແຂວງ, ບັນດາເມືອງອ້ອມຂ້າງ ຕະຫຼອດມວນຊົນຢູ່ແຕ່ລະທ້ອງຖິ່ນ ຢ່າງເປັນຂະບວນຟົດຟື້ນ.

ໃນພິທີ, ທ່ານ ສົມຈິດ ລັດຕະນະ ຮອງເຈົ້າເມືອງໂພນໄຊ, ປະທານຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2023 ໄດ້ກ່າວວ່າ: ໃນຕອນເຊົ້າການນໍາຂອງເມືອງມີການໃສ່ບາດ, ຍາດນໍ້າ ຕາມຮີດຄອງປະເພນີຂອງຊາວພຸດ ຫຼັງຈາກນັ້ນໄດ້ທ່ຽວຊົມຕະຫຼາດນັດຂອງພໍ່ຄ້າຊາວຂາຍຢູ່ຕາມເສັ້ນທາງຕາມເທດສະບານເມືອງ.

ຊຶ່ງງານແຂ່ງຂັນຊ່ວງເຮືອປີນີ້ ມີເຮືອເຂົ້າຮ່ວມທັງໝົດ 22 ລຳ, ໃນນັ້ນເຮືອຊາຍ 13 ລຳ ແລະ ເຮືອເພດຍິງ ມີ 9 ລຳ. ຜ່ານການແຂ່ງຂັນດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຄຶກຄື້ນ ຜົນປະກົດວ່າ: ເຮືອເພດຊາຍ ອັນດັບທີ 1 ໄດ້ແກ່ເຮືອຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.200.000 ກີບ, ອັນດັບທີ 2 ໄດ້ແກ່ເຮືອຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ ແລະ ອັນດັບທີ 3 ໄດ້ແກ່ເຮືອບ້ານດອນຄໍາ ໄດ້ຂັນ 1 ໜ່ວຍ ພ້ອມເງິນສົດ 800.000 ກີບ; ປະເພດທີມຍິງ ອັບດັບທີ 1 ໄດ້ແກ່ເຮືອບ້ານທ່າໂພ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.100.000 ກີບ, ອັນດັບທີ 2 ໄດ້ແກ່ເຮືອຫ້ອງການກະສີກໍາ ແລະ ປ່າໄມ້ເມືອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມສົດ 1.000.000 ກີບ ແລະ ອັນດັບທີ 3 ໄດ້ແກ່ເຮືອຫ້ອງການສາທາລະນະສຸກເມືອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 800.000 ກີບ. ສ່ວນລາງວັນຊົມເຊີຍທັງປະເພດຊາຍ ແລະ ຍິງ ໄດ້ຮັບເງິນລາງວັນ ລໍາລະ 600.000 ກີບ ແລະ ລາງວັນຊົມເຊີຍເຮືອນາງດໍາ-ນາງດ່ອນ ລໍາລະ 200.000 ກີບ.

ຂ່າວໂດຍ: ສີວອນ ນັກຂ່າວເມືອງໂພນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments