Home ຂ່າວພາຍໃນ ວາງສີລາລຶກໂຄງການກໍ່ສ້າງ ໂຮງຮຽນ ມ ຕົ້ນ ເອກະພາບ ລາວ-ຫວຽດນາມ

ວາງສີລາລຶກໂຄງການກໍ່ສ້າງ ໂຮງຮຽນ ມ ຕົ້ນ ເອກະພາບ ລາວ-ຫວຽດນາມ

0
387

ພິທີວາງສີລາເລີກໂຄງການກໍ່ສ້າງ ໂຮງຮຽນມັດທະຍົມຕົນຕົ້ນ ເອກະພາບ ລາວ-ຫວຽດນາມ (ແທັງເຢີດ) ຈັດຂຶ້ນໃນວັນທີ 11 ເມສາ 2023 ທີ່ໂຮງຮຽນປະຖົມຈອມແຈ້ງ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ເຈີ່ນ ຖັງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກວາງບິ່ງ, ທ່ານ ງຽມ ຖຸ້ຍ ເຮືອງ ຕາງໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມດ້ວຍການນໍາຂອງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ເອກະພາບ ລາວ-ຫວຽດນາມ ເປັນໂຄງການທີ່ໄດ້ຮັບການຊ່ວຍເຫລືອລ້າຈາກແຂວງກວາງບິ່ງ ສສ ຫວຽດນາມ ມອບໃຫ້ເປັນຂອງຂວັນ ໃຫ້ກັບສາມາຄົມຫວຽດນາມທີ່ແຂວງຄໍາມ່ວນ, ເຊິ່ງເປັນໂຄງການທີ່ມີຄວາມໝາຍຄວາມສໍາຄັນທີ່ສຸດ ໃນການພັດທະນາດ້ານການສຶກສາ ໂດຍສະເພາະ ການຍົກລະດັບການສຶກສາ ໃນລະດັບຂັ້ນປະຖົມ ໃຫ້ກາຍເປັນລະດັບມັດທະຍົມຕົ້ນເຊື່ອມຕໍ່ ຈາກໂຮງຮຽນປະຖົມເອກະພາບ ຢູ່ບ້ານສົມສະອາດ, ເມືອງທ່າແຂກ.

ທ່ານ ເຈີ່ນ ຖັງ ໄດ້ກ່າວວ່າ: ແຂວງກວາງບິ່ງ ໄດ້ກໍານົດວ່າໂຄງການກໍ່່ສ້າງໂຮງຮຽນມັດທະ ຍົມແຫ່ງນີ້ ບໍ່ພຽງແຕ່ເປັນບ່ອນຮໍ່າຮຽນຂອງນັກສຶກສາ ທີ່ເປັນລູກຫລານລາວເຊື້ອສາຍຊາວຫວຽດ ນາມ ຢູ່ແຂວງຄໍາມ່ວນເທົ່ານັ້ນ, ຫາກຍັງແມ່ນນັກສາສຶກທີ່ເປັນລູກຫລານຂອງຊົນເຜົ່າລາວ ໂດຍສະເພາະນັກຮຽນເມືອງທ່າແຂກ. ທັງສະແດງໃຫ້ເຫັນຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ໜັ້ນຄົງ ລະຫວ່າງ 2 ແຂວງ ກວາງບິ່ງ-ຄໍາມ່ວນ. ໂຄງການດັ່ງກ່າວ ເປັນອາຄານ 3 ຊັ້ນ, ມີ 18 ຫ້ອງຮຽນ, ໃນເນື້ອທີ່ 3.613 ຕາແມັດ ດ້ວຍມູນຄ່າການກໍ່ສ້າງທັງໝົດ 25 ຕື້ດົງ ໂດຍ ຈະເລີມລົງມືກໍ່ສ້າງໃນເດືອນກໍລະກົດ 2023 ຈະມາເຖິງນີ້ ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນ ມີນາ 2024. ພ້ອມນີ້ ແຂວງກວາງບິ່ງ ຈະສືບຕໍ່ຊຸກຍູ້ປະຕິບັດໂຄງການ ແລະ ຮັບປະກັນຄວາມຄືບໜ້າຂອງການກໍ່ສ້າງ ໃຫ້ມີຄຸນນະພາບດ້ານເຕັກນິກ ແລະ ສໍາເລັດໂດຍໄວ ເພື່ອນໍາໃຊ້ໃຫ້ທັນ ຕາມກໍານົດເວລາ.

ທ່ານ ວັນໄຊ ພອງສະຫວັນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນແຫ່ງນີ້, ແມ່ນໂຄງການທີ່ມີຄວາມໝາຍຄວາມສໍາຄັນທີ່ສຸດ ຕໍ່ການພັດທະນາຊັບພະຍາກອນມະນຸດ ເຊິ່ງຈະກາຍເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານອັນເລິກເຊິ່ງ ລະຫວ່າງແຂວງຄຳມ່ວນ ແລະ ແຂວງກວາງບິ່ງ. ອາຄານຮຽນຫລັງນີ້, ຈະສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ອັນຈໍາເປັນໃຫ້ແກ້ລູກຫລານພໍ່ແມ່ປະຊາຊົນ ໂດຍສະເພາະຄົນເຊື້ອຊາດຫວຽດນາມ ແລະ ລູກຫລານປະຊາຊົນຊາວແຂວງຄຳມ່ວນ ເພື່ອຈະໄດ້ນຳໃຊ້ເຂົ້າໃນການສຶກສາຮ່ຳຮຽນ, ໂຄງການນີ້ເກີດຂຶ້ນໄດ້ ກໍຍ້ອນການຊ່ວຍເຫລືອຂອງພັກ-ລັດ ແລະ ປະຊາຊົນອ້າຍນ້ອງ ແຂວງກວາງບິ່ງ ສສ ຫວຽດນາມ ແລະ ຄວາມເປັນເຈົ້າການຂອງສະມາຄົມເຊື້ອຊາດຫວຽດນາມແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງ.

ຂ່າວ: ມະນີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here