Home ຂ່າວພາຍໃນ ສະໜອງທຶນ ໃຫ້ 7 ໂຄງການປົກປັກຮັກສາສິ່ງແວດລ້ອມ

ສະໜອງທຶນ ໃຫ້ 7 ໂຄງການປົກປັກຮັກສາສິ່ງແວດລ້ອມ

0
190

ພິທີລົງນາມສັນຍາສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນ 7 ໂຄງການ ລວມມູນຄ່າເກືອບ 4 ຕື້ກີບ ຈັດຂຶ້ນວັນທີ 7 ເມສາ 2023 ຢູ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊສ) ເຊິ່ງລົງນາມໂດຍທ່ານນາງ ບົວຄໍາ ສຸລິວັນ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 7 ໂຄງການທີ່ໄດ້ຮັບທຶນ ມີທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງ ຊສ ພ້ອມດ້ວຍບັນດາກົມ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງ ການ ເຂົ້າຮ່ວມ.

ສໍາລັບໂຄງການທີ 1 ແມ່ນ “ໂຄງການຫຼຸດຜ່ອນຜົນກະທົບ ລະຫ່ວາງ ຄົນ ກັບ ຊ້າງປ່າ” ຈັດຕັ້ງປະຕິບັດໂດຍພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື ມູນຄ່າ 664,6 ລ້ານກີບ ໂຄງການທີ 2 “ໂຄງການສົ່ງເສີມການມີສ່ວນຮ່ວມຈາກຊຸມຊົນ ເພື່ອການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ແບບຢືນຢົງ” ຈັດຕັ້ງປະຕິບັດໂດຍສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ ໄລຍະການຈັດຕັ້ງປະຕິບັດ 4 ປີ (2022-2025) ມູນຄ່າ 800 ລ້ານກີບ ໂຄງການທີ 3 “ໂຄງການຈັດຕັ້ງປະຕິບັດແຜນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນສູງກາງ ແລະ ທ້ອງຖິ່ນ ໄລຍະ (2023-2025)” ຈັດຕັ້ງປະຕິບັດໂດຍກົມແຜນການ ແລະ ການເງິນ ກະຊວງ ຊສ ໄລຍະການຈັດຕັ້ງປະຕິບັດ 3 ປີ (2023-2025) ມູນຄ່າ 560 ລ້ານກີບ ໂຄງການທີ 4 “ໂຄງການປັບປຸງທັດສະນີຍະພາບ ເດີ່ນໜ້າກະຊວງ ຊສ ໃຫ້ຂຽວ ສະອາດ ງາມຕາ ກາຍເປັນກະຊວງສີຂຽວ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມເສັ້ນທາງຕັດໃໝ່ໜອງບຶກ” ຈັດຕັ້ງປະຕິບັດໂດຍຫ້ອງການກະຊວງ ຊສ ຈຸດປະສົງເພື່ອປັບປຸງທັດສະນິສະພາບຂອງກະຊວງ ໃຫ້ຂຽວ ສະອາດ ງາມຕາ ກາຍເປັນກະຊວງສີຂຽວ ມີທັດສະນິຍະພາບໃໝ່ ມີຄວາມເປັນລະບຽບ ສວຍງາມ ມີສິ່ງແວດລ້ອມທີ່ດີ ອາກາດສົດຊື່ນ ມີສວນດອກໄມ້ ແລະ ມີຕົ້ນໄມ້ລຽບຕາມເສັ້ນທາງ ເພື່ອປະກອບສ່ວນໃນການປົກປັກຮັກສາຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ໄລຍະການຈັດຕັ້ງປະຕິບັດ 2 ປີ (2023-2024) ມູນຄ່າ 359,08 ລ້ານກວ່າກີບ.

ໂຄງການທີ 5 “ໂຄງການສ້າງໂຮງຮຽນ ແລະ ພະແນກການໃຫ້ກາຍເປັນສະຖານທີ່ຕົວແບບດ້ານສິ່ງແວດ ລ້ອມຂຽວ ສະອາດ ງາມຕາ ຢູ່ໃນນະຄອນຫຼວງພະບາງ” ຈັດຕັ້ງປະຕິບັດໂດຍພະແນກ ຊສ ແຂວງຫຼວງພະບາງ ໄລຍະການຈັດຕັ້ງປະຕິບັດ 2 ປີ (2023-2024) ມູນຄ່າ 289 ລ້ານກີບ ໂຄງ ການທີ 6 “ໂຄງການສ້າງບ້ານ ໂຮງຮຽນຕົວແບບ ຂຽວ ສະອາດ ງາມຕາ ແຂວງໄຊຍະບູລີ” ຈັດຕັ້ງປະຕິບັດໂດຍພະແນກ ຊສ ແຂວງໄຊຍະບູລີ ໄລຍະການຈັດຕັ້ງປະຕິບັດ 4 ປີ (2023-2026) ມູນຄ່າ 799,97 ລ້ານກວ່າກີບ ໂຄງການທີ 7 “ໂຄງການຄຸ້ມຄອງອ່າງຮັບນໍ້າ ນໍ້າພາວ ເມືອງຄຳເກີດ” ຈັດຕັ້ງປະຕິບັດໂດຍ ພະແນກ ຊສ ແຂວງບໍລິຄຳໄຊ ຈຸດປະສົງເພື່ອສ້າງແຜນຄຸ້ມຄອງອ່າງຮັບນໍ້າ ນ້ຳພາວ ໃຫ້ມີຄວາມຍືນຍົງ ທີ່ນອນໃນອ່າງຮັບນໍ້າເທີນ-ນ້ຳກະດິງ ເມືອງຄຳເກີດ ແຂວງບໍລິຄໍາໄຊ ໄລຍະການຈັດຕັ້ງປະຕິບັດ 2 ປີ (2023-2024) ມູນຄ່າ 500 ລ້ານກີບ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here