Wednesday, September 25, 2024
Homeຂ່າວພາຍໃນສຳມະນາຮ່ວມກັບຊ່ຽວຊານທາງດ້ານກົດໝາຍຂອງອົງການໄຈກາ

ສຳມະນາຮ່ວມກັບຊ່ຽວຊານທາງດ້ານກົດໝາຍຂອງອົງການໄຈກາ

ວັນທີ 6 ເມສາ 2023 ຊ່ຽວຊານທາງດ້ານກົດໝາຍຂອງອົງການໄຈກາ 3 ທ່ານເປັນກຽດໄດ້ຂຶ້ນບັນຍາຍກ່ຽວກັບກົດໝາຍໃຫ້ແກ່ນັກສຶກສາ ຂອງສະຖາບັນຍຸຕິທຳແຫ່ງຊາດ (ສຍຊ) ອົງການໄຈກາ ໄດ້ໃຫ້ການຊ່ວຍເຫຼືອໃນການພັດທະນາຂົງເຂດກົດໝາຍ ແລະ ການປົກຄອງລັດດ້ວຍກົດໝາຍຢູ່ ສປປ ລາວ ຢ່າງຕໍ່ເນື່ອງມາເປັນໄລຍະເວລາ 20 ປີ ໃນປັດຈຸບັນ ອົງການໄຈກາ ກໍຍັງໃຫ້ການຊ່ວຍເຫຼືອແກ່ ສານປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດ ກະຊວງຍຸຕິທຳ ແລະ ມະຫາວິທະຍາໄລແຫ່ງຊາດລາວ ເຖິງຢ່າງໃດກໍຕາມບໍ່ພຽງແຕ່ຢາກພັດທະນານັກວິຊາຊີບກົດໝາຍເທົ່ານັ້ນ ແຕ່ຍັງມີຄວາມຕ້ອງການກໍ່ສ້າງນັກສຶກສາຜູ້ທີ່ພັດທະນາທິດສະດີ ແລະ ຈັດຕັ້ງປະຕິບັດກົດໝາຍຢູ່ ສປປ ລາວໃຫ້ດີຂຶ້ນໃນອະນາຄົດ.

ກອງປະຊຸມສຳມະນາຄັ້ງນີ້ ເພື່ອສ້າງຄວາມອາດສາມາດທາງດ້ານກົດໝາຍໃຫ້ແກ່ນັກສຶກສາຂອງ ສຍຊ ໂດຍນຳສະເໜີໃຫ້ເຫັນເຖິງທັດສະນະທາງດ້ານກົດໝາຍຂອງຍີ່ປຸ່ນ ຫົວຂໍ້ບັນຍາຍແມ່ນກ່ຽວກັບການດຳເນີນຄະດີອາຍາ ການດຳເນີນຄະດີແພ່ງ ແລະ ວິທີການຕີຄວາມໝາຍ ແລະ ການນຳໃຊ້ປະມວນກົດໝາຍແພ່ງ ເຊິ່ງບັນຍາຍໂດຍ ທ່ານ ຮາຢາໂຕະ ຢາໂອອິຕະ ທ່ານ ຮິໂຣຊິ ສະວາອິ ແລະ ທ່ານ ອາກິທາກະ ອະຊຳໂບ ທີ່ກຳລັງປະຈຳການ ແລະ ຄາດວ່າຈະສືບຕໍ່ປະຈຳການຢູ່ລາວໃນອີກຫຼາຍປີ ເນື້ອໃນທີ່ນຳມາບັນຍາຍ ແມ່ນຄວາມຮູ້ທີ່ເປັນທັກສະພຶ້ນຖານທາງດ້ານກົດໝາຍໃຫ້ແກ່ນັກສຶກສາໂດຍການປຽບທຽບໃຫ້ເຫັນຄວາມແຕກຕ່າງຂອງລະບົບກົດໝາຍຂອງຍີ່ປຸ່ນ ແລະ ລາວ ຄຽງຄູ່ກັນນີ້ ການບັນຍາຍຂອງບັນດາຊ່ຽວຊານເຊິ່ງເປັນຄວາມຮູ້ໃໝ່ ຈະຊ່ວຍກະຕຸ້ນໃຫ້ນັກສຶກສາມີຄວາມສົນໃຈ ແລະ ຊ່ວຍໃຫ້ນັກສຶກສາເຂົ້າໃຈຢ່າງເລິກເຊິ່ງຂຶ້ນ.

ການຈັດກອງປະຊຸມດັ່ງກ່າວ ແມ່ນເປັນໂອກາດທີ່ມີຄວາມສຳຄັນ ແລະ ມີຄຸນຄ່າຫຼາຍ ສຳລັບຄູເຝິກ ແລະ ນັກສຶກສາ ເພື່ອແລກປ່ຽນທັດສະນະຄວາມຮູ້ກ່ຽວກັບກົດໝາຍຂອງຕ່າງປະເທດ ເຊິ່ງອາດຈະນຳໄປໝູນໃຊ້ໃນການພັດທະນາກົດໝາຍຂອງ ສປປ ລາວ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments