Wednesday, September 25, 2024
Homeຂ່າວພາຍໃນໄຟຟ້າຫົງສາ ໄດ້ຮັບລາງວັນວິສາຫະກິດປະຕິບັດພັນທະອາກອນດີເດັ່ນລະດັບປະເທດ

ໄຟຟ້າຫົງສາ ໄດ້ຮັບລາງວັນວິສາຫະກິດປະຕິບັດພັນທະອາກອນດີເດັ່ນລະດັບປະເທດ

ຖືເປັນກຽດ ແລະ ຄວາມພາກພູມໃຈຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ທີ່ໄດ້ຮັບລາງວັນ ແລະ ໃບຍ້ອງຍໍ ວິສາຫະກິດປະຕິບັດພັນທະອາກອນດີເດັ່ນ ລະດັບປະເທດ ປະຈໍາປີ 2021 ຈາກ ກະຊວງການເງິນ ແຫ່ງ ສປປ ລາວ ໃນທ້າຍອາທິດຜ່ານມາ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຮັບກຽດເຂົ້າພົບ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວການເງິນ ພ້ອມຖືໂອກາດສໍາຄັນນີ້ ເຂົ້າຮັບ-ມອບຖ້ວຍລາງວັນ ແລະ ໃບຍ້ອງຍໍ ວິສາຫະກິດປະຕິບັດພັນທະອາກອນດີເດັ່ນ ລະດັບປະເທດ ປະຈໍາປີ 2021 ຂອງບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ທີ່ກະຊວງການເງິນ.

ພິທີມອບ-ຮັບລາງວັນ ແລະ ໃບຍ້ອງຍໍ ໃຫ້ກັບບັນດາວິສາຫະກິດ ການມອບພັນທະອາກອນດີເດັ່ນ ເຂົ້າງົບປະມານແຫ່ງລັດ ປະຈໍາປີ 2021 ຈໍານວນ 199 ຫົວໜ່ວຍ ຈຸດປະສົງຂອງການມອບລາງວັນ ແລະ ໃບຍ້ອງຍໍ ໃນຄັ້ງນີ້ ເປັນຈຸດເລີ່ມຕົ້ນຂອງການສ້າງມາດຕະຖານ ຄວາມຄວາມຕື່ນຕົວ ແລະ ເປັນການຍ້ອງຍໍຊົມເຊີຍ ໃຫ້ກັບບັນດາໜ່ວຍວິສາຫະກິດ ທີ່ປະກອບສ່ວນເຂົ້າໃນການມອບພັນທະອາກອນໃຫ້ກັບລັດຖະບານ ເພື່ອການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ພ້ອມທັງການເປັນແບບຢ່າງທີ່ດີ ຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດ ໃນ ສປປ ລາວ ເພື່ອໃຫ້ເປັນມາດຕະຖານໃນການຍົກລະດັບ ໃຫ້ໜ່ວຍທຸລະກິດທີ່ປະຕິບັດພັນທະອາກອນໄດ້ດີ ຖືກຕ້ອງຕາມລະບຽບກົດໝາຍ ແລະ ຄົບຖ້ວນ.

ສໍາລັບເງື່ອນໄຂໃນການພິຈາບະນາການມອບລາງວັນ ແລະ ໃບຍ້ອງຍໍ ໃຫ້ກັບໜ່ວຍວິສາຫະກິດ ທາງກົມສ່ວຍສາອາກອນ ໄດ້ຄົ້ນຄວ້າ ແລະ ກໍານົດມາດຕະຖານໄວ້ 4 ເງື່ອນໄຂຄື: ວິສາຫະກິດທີ່ມີການແຈ້ງມອບອາກອນປົກກະຕິ ແລະ ມອບຖືກຕ້ອງຄົບຖ້ວນໃນປີ 2021 ວິສາຫະກິດທີ່ຍື່ນບົດລາຍງານການເງິນ ປະຈໍາປີ 2020 ວິສາຫະກິດທີ່ບໍ່ໜີ້ຄ້າງໃນລະບົບ TaxRIS ແລະ ວິສາຫະກິດທີ່ບໍ່ຖືກປັບໄໝຄ່າທໍານຽມຊ້າກວ່າກໍານົດ ຈາກບົດບັນທຶກກວດກາ ໃນປີ 2021.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments