Thursday, September 26, 2024
Homeຂ່າວຕ່າງປະເທດການຕັດໄມ້-ທຳລາຍປ່າອາເມຊອນ ໃນບຣາຊິນ ເພີ່ມຂຶ້ນ 14%

ການຕັດໄມ້-ທຳລາຍປ່າອາເມຊອນ ໃນບຣາຊິນ ເພີ່ມຂຶ້ນ 14%

ສຳນັກ​ຂ່າວ ຣອຍ​ເຕີ,ວັນ​ທີ10​ເມສາ​ນີ້, ການ​ຕັດ​ໄມ້ ທຳລາຍ​ປ່າ​ໃນ ອາ​ເມ​ຊອນ ຂອງ​ບຣາຊິນ ​ເພີ່ມ​ຂຶ້ນ 14%​ໃນ​ເດືອນ​ມີນາ​ ທີ່​ຜ່ານ​ມາ ຈາກ​ປີ​ກາຍ ນັບ​ເປັນ​ ຄວາມ​ທ້າ​ທາຍ ຢ່າງ​ຕໍ່​ເນື່ອງ ສຳລັບ ​ການ​ປົກ​ປັກ ​ຮັກສາ​ ປ່າ​​ໄມ້ ​ເຖິງ​ວ່າ ທ່ານ ລູອິສ ອິນາ​ຊີ​ໂອ ລູລາ ດາ​ຊີ​ລວາ (Luiz Inacio Lula da Silva),ປະທານາທິບໍດີ ບຣາຊິນ ​ໃຫ້​ຄຳ​ໝັ້ນ ສັນຍາ ຈະ​ຢຸດຕິ ​ການ​ຕັດ​ໄມ້ ທຳລາຍ​ປ່າ ທີ່​ເພີ່ມ​ຂຶ້ນ​ມາ​ຫລາຍ​ປີຜ່ານ​ມາ. ຂະນະ​ທີ່ເນື້ອ​ທີ່​ປ່າອາ​ເມ​ຊອນ ຖືກຕັດ​ທຳລາຍ 356 ກິ​ໂລ​ຕາແມັດ.ນັບ​ແຕ່​ ເດືອນ​ມັງກອນ ມາ​ຮອດ ​ເດືອນ​ມີນາ ປີ​ນີ້ ມີ​ເນື້ອ​ທີ່ປ່າ ​ອາ​ເມ​ຊອນ ​ໄດ້​ຮັບ ​ຄວາມ​ເສຍ​ຫາຍ ປະມານ 845 ກິ​ໂລ​ຕາ​​ແມັດ ຊຶ່ງ​ຫລຸດ​ລົງ 11% ​ເມື່ອ​ທຽບ​ໃສ່​ ໄລຍະ​ດຽວ​ກັນ ​ປີ​ກາຍນີ້./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments