Friday, September 27, 2024
Homeຂ່າວຕ່າງປະເທດສາກົນຕີລາຄາຢ່າງຕັ້ງໜ້າຕໍ່ກັບເສດຖະກິດຫວຽດນາມ

ສາກົນຕີລາຄາຢ່າງຕັ້ງໜ້າຕໍ່ກັບເສດຖະກິດຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໄລຍະຜ່ານມາ ສາກົນມີການຕີລາຄາຢ່າງຕັ້ງ ໜ້າກ່ຽວກັບເສດຖະກິດ ຫວຽດນາມ, ໂດຍໃຫ້ຂໍ້ສັງເກດວ່າ: ເສດຖະກິດ ຫວຽດນາມ ຈະພົ້ນເດັ່ນຂຶ້ນກວ່າເກົ່າຢູ່ ອາຊີ ແລະ ພວມມີການເຕີບໂຕດີກວ່າລະດັບສະເລ່ຍ ຍ້ອນມີບັນດາປັດໄຈ ຄື: ນະໂຍບາຍການບໍລິຫານຢ່າງມີປະສິດທິຜົນ, ການລົງທຶນໂດຍກົງຂອງຕ່າງປະເທດແມ່ນຢູ່ໃນລະດັບສູງ, ການບໍລິໂພກຢູ່ພາຍໃນປະເທດພວມເພີ່ມຂຶ້ນຫຼາຍສົມຄວນ, ຄວາມສາມາດເຊື່ອມຕໍ່ຕະຫຼາດ ແລະ ມີທ່າໄດ້ປຽບສູງເມື່ອທຽບໃສ່ຄູ່ແຂ່ງອື່ນໃນພາກພື້ນ.

ຂ່າວລະບຸວ່າ: ເມື່ອບໍ່ດົນມານີ້, ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ: ໃນປີນີ້ ຫວຽດນາມ ຈະລື່ນກາຍ ສິງປະໂປ ແລະ ມາເລເຊຍ ເພື່ອບືນຕົວຂຶ້ນຢືນອັນດັບ 3 ໃນ ອາຊຽນ ຖັດຈາກ ອິນໂດເນເຊຍ ແລະ ໄທ ກ່ຽວກັບຂອບຂະໜາດພື້ນຖານເສດຖະກິດ. ດ້ວຍລະດັບການເຕີບໂຕ GDP ໃນປັດຈຸບັນ, ຄາດວ່າ ຫວຽດນາມ ຈະລື່ນກາຍ ໄທ ເພື່ອກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 2 ຢູ່ ອາຊີຕາເວັນອອກສ່ຽງໃຕ້.

ຕາມຕາຕະລາງຈັດອັນດັບດັດຊະນີຄວາມເສລີດ້ານເສດຖະກິດຂອງ ກອງທຶນມໍລະດົກ (Heritage Foundation) ປີ 2023 ທີ່ຫາກໍປະກາດດັດຊະນີຄວາມເສລີດ້ານເສດຖະກິດຂອງ ຫວຽດນາມ ແມ່ນ 61,8% ຈັດອັນດັບ 72 ເພີ່ມຂຶ້ນ 1,2 ຄະແນນເມື່ອທຽບໃສ່ປີກາຍ. ພື້ນຖານເສດຖະກິດ ຫວຽດນາມ ຢູ່ອັນດັບທີ 14 ໃນຈຳນວນ 39 ປະເທດ ໃນພາກພື້ນອາຊີປາຊີຟິກ ແລະ ຍອດຄະແນນຂອງ ຫວຽດນາມ ແມ່ນສູງກວ່າລະດັບສະເລ່ຍຂອງໂລກ ແລະ ພາກພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments