Saturday, September 28, 2024
Homeຂ່າວຕ່າງປະເທດການາດາ ພວມຮັບມືກັບພາຍຸຫິມະພັດເຂົ້າຮຸນແຮງ

ການາດາ ພວມຮັບມືກັບພາຍຸຫິມະພັດເຂົ້າຮຸນແຮງ

ຕາມ​ຂ່າວ​ຈາກ mcot,ວັນ​ທີ7​ເມສາ​ນີ້, ພາຍຸ​ຫິມະ ພັດ​ເຂົ້າ ຮຸນ​ແຮງ ​ທາງ​ພາກ​ ຕາ​ເວັນ​ອອກ ​ຂອງ​ກາ​ນາ​ດາ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 2ຄົນ ​ແລະ ບໍ່​ມີ​ໄຟຟ້າ​ໃຊ້ ປະ ມານ 1 ລ້ານ​ຄົນ ​ເນື່ອງ​ຈາກ ຫິມະ​ເກາະ​ສະ​ສົມ ​ຕາມ​ງ່າ​ໄມ້ ຈົນ​ຫັກ ​ແລະ ພາດ​ສາຍ​ໄຟຟ້າ ຂາດ​ຫລາຍ​ຈຸດ ​ໂດຍ​ສະ​ເພາະ ​ໃນ​ລັດ ຄີວ​ເບ​ກ ​ແລະ ລັດ ອອນ​​​ເທຣີ​ໂອ ທີ່​ມີ​ປະຊາ ກອນ ຫລາຍ​ທີ່​ສຸດ ​ໃນ​ປະ​ເທດ ​ໄດ້​ຮັບ​ຜົນ​ກະທົບ​ ຢ່າງ​ໜັກ. ປັດຈຸບັນ ​ເຈົ້າໜ້າ​ທີ່ ​ກ່ຽວຂ້ອງ ​ເຕືອນ​ໃຫ້​ ປະຊາຊົນ ​ໃຫ້​ໃຊ້​ຄວາມ​ລະ​ມັດ​ ລະວັງ ຫລີກ​ລ້ຽງ ​ໃນພື້ນ​ທີ່​ ມີ​ສາຍ​ໄຟຟ້າ ​ແລະ ການ​ເດີນທາງ ​ໃນ​ປ່າ ​​ເພາະ​ອາດ​ເປັນ ​ອັນ​ຕະລາຍ ຈາກ​ພາຍຸ​ ດັ່ງກ່າວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments