Saturday, September 28, 2024
Homeຂ່າວພາຍໃນກົມພາສີ ສະຫລຸບວຽກສາມອົງການຈັດຕັ້ງມະຫາຊົນ ແລະ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ

ກົມພາສີ ສະຫລຸບວຽກສາມອົງການຈັດຕັ້ງມະຫາຊົນ ແລະ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ

ກົມພາສີ ກະຊວງການເງິນ ຈັດກອງປະຊຸມສະຫລຸບວຽກງານສາມອົງການຈັດຕັ້ງມະຫາຊົນ ແລະ ເປີດຂະບວນການແຂງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2023-2025 ໃນວັນທີ 6 ເມສາ 2023 ໂດຍການ ເປັນປະທານຂອງ ທ່ານ ພູເຂົາຄຳ ວັນນະວົງໄຊ ເລຂາຄະນະພັກຮາກຖານ, ຫົວໜ້າກົມພາສີ ກະຊວງການເງິນ, ມີ ຮອງຫົວໜ້າກົມພາສີ, ມີຜູ້ຕາງໜ້າຄະນະບໍລີິຫານງານຊາວໜຸ່ມ, ສະຫະພັນກຳມະບານ, ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງການເງິນ ແລະ ບັນດາສະຫາຍສະມາຊິກພັກ ສາມອົງການ ຈັດຕັ້ງມະຫາຊົນຂອງກົມພາສີ ເຂົ້າຮ່ວມ. ເພື່ອເປັນການສະຫລຸບຕີລາຄາການຈັດຕັ້ງປະຕິບັດຕິວຽກສາມອົງການຈັດຕັ້ງມະຫາຊົນ ໃນປີ 2022 ແລະ ກໍານົດທິດທາງແຜນການປີ 2023, ຍົກໃຫ້ເຫັນຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

ສາມອົງການຈັດຕັ້ງມະຫາຊົນຂອງກົມພາສີ ແມ່ນອົງການຈັດຕັ້ງທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມ ປະ ຊາຊົນປະຕິວັດລາວ ກະຊວງການເງິນ, ສະຫະພັນແມ່ຍິງກະຊວງການເງິນ ແລະ ສະຫະພັນກຳມະບານ ກະຊວງ ການເງິນ, ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກຮາກຖານກົມພາສີ ແລະ ເປັນກຳລັງແຮງປະກອບສ່ວນປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກົມພາສີ, ເປັນເຈົ້າການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າ, ປະກອບ ສ່ວນໃນການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງແຜນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງບັນດາກົມ, ທຽມເທົ່າກົມ ແລະ ລັດວິສາຫະກິດທີ່ຂື້ນກັບກະຊວງການເງິນ ສະບັບເລກທີ 0662/ກງ, ລົງວັນທີ 6 ມີນາ 2023, ຜ່ານເນື້ອໃນແຜນການຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງກົມພາສີ ປີ 2023-2025 ສະບັບເລກທີ 9566/ກພສ, ລົງວັນທີ 28 ທັນວາ 2022, ຜ່ານຂໍ້ຕົກລົງຂອງກົມພາສີ ວ່າດ້ວຍ ການຮັບຮອງເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງບັນດາພະແນກການຂອງກົມພາສີ ແລະ ຜ່ານເນື້ອ ໃນຂໍ້ແຂງຂັນຮັກຊາດ ແລະ ພັດທະນາຂອງບັນດາພະແນກ 9 ພະແນກຂອງກົມພາສີ ແລະ ຈັບມືແຂ່ງຂັນ ນຳອີກດ້ວຍ. ທັງນີ້, ກໍເພື່ອຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ການເງິນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກຮາກຖານກົມພາສີ, ໂດຍສຸມໃສ່ຫັນວຽກງານພາສີ ໃຫ້ມີການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໂດຍຜ່ານໃນບັ້ນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງກົມພາສີແຕ່ນີ້ຮອດປີ 2025 ຕາມຈຸດປະສົງ, ຄາດໝາຍ ແລະ ແຜນວຽກຈຸດສຸມທີ່ພວກເຮົາໄດ້ກໍານົດໄວ້.

ໂອກາດດຽວກັນ, ຍັງໄດ້ມອບ-ຮັບ ໃບຢັ້ງຢືນຮັບຮອງໜ່ວຍຊາວໜຸ່ມກົມພາສີ ເປັນຊາວໜຸ່ມປະຊາຊົນ ປະຕິວັດ ລາວ 4 ບຸກ, ມອບ-ຮັບໃບຍ້ອງຍໍໃຫ້ໜ່ວຍຊາວໜຸ່ມກົມພາສີ, ໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມກົມພາສີ ກະຊວງການເງິນ ຕື່ມອີກ.

ຂ່າວ-ພາບ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments