Friday, September 27, 2024
Homeຂ່າວຕ່າງປະເທດປະທານຄະນະກຳມະການຈັດງານກິລາໂອລິມປິກປາຣີ ສົ່ງຈົດໝາຍໄປເຖິງຜູ້ອຳນວຍການໃຫຍ່ CMG ເພື່ອຊົມເຊີຍການເລີ່ມຈັດກິດຈະກຳສັບພະສື່ “ຈາກປັກກິ່ງຮອດປາຣີ”

ປະທານຄະນະກຳມະການຈັດງານກິລາໂອລິມປິກປາຣີ ສົ່ງຈົດໝາຍໄປເຖິງຜູ້ອຳນວຍການໃຫຍ່ CMG ເພື່ອຊົມເຊີຍການເລີ່ມຈັດກິດຈະກຳສັບພະສື່ “ຈາກປັກກິ່ງຮອດປາຣີ”

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ເນື່ອງໃນໂອກາດທີ່ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ຢ້ຽມຢາມຈີນ ທາງລັດຖະກິດ, ທ່ານ ເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫລື CMG ກັບ ທ່ານ ເວັສ ບິກອດ ຜູ້ອຳນວຍການໃຫຍ່ ຊ່ອງ 5 ຂອງສະຖານີໂທລະພາບສາກົນຝຣັ່ງ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ລະຫວ່າງ ວິທະຍຸໂທລະພາບສູນກາງຈີນ ກັບ ຊ່ອງ 5 ຂອງສະຖານີໂທລະພາບສາກົນຝຣັ່ງ.

ນອກນີ້, ທ່ານ ໂທນີ ເອສຕັນກວຍ ປະທານຄະນະກຳມະການຈັດງານກິລາໂອລິມປິກປາຣີ ແລະ ຄະນະກຳມະການຈັດງານກິລາໂອລິມປິກຄົນພິການປາຣີ 2024 ໄດ້ສົ່ງຈົດໝາຍໄປເຖິງຜູ້ອຳນວຍການໃຫຍ່ CMG ເພື່ອຊົມເຊີຍການເລີ່ມຈັດກິດຈະກຳສັບພະສື່ ຈາກປັກກິ່ງຮອດປາຣີ.

ເນື້ອໃນຈົດໝາຍດັ່ງກ່າວລະບຸວ່າ: ທ່ານ ໂທນີ ເອສຕັນກວຍ ຢືນຢັນວ່າ: ຄຽງຄູ່ກັບງານກິລາໂອລິມປິກລະດູໜາວປັກກິ່ງ ປີ 2022 ໄດ້ຮັບຜົນສຳເລັດຢ່າງຈົບງາມ, ປັດຈຸບັນ ກິລາໂອລິມປິກ ໄດ້ກ້າວເຂົ້າສູ່ໄລຍະງານກິລາໂອລິມປິກປາຣີ ປີ 2024, ປາຣີ ມີຄວາມຄອງຄອຍເປັນຢ່າງຍິ່ງທີ່ຈະໃຫ້ທົ່ວໂລກໄປຢ້ຽມຢາມ. ກິດຈະກຳສັບພະສື່ ຈາກປັກກິ່ງຮອດປາຣີ ຂອງວິທະຍຸໂທລະພາບສູນກາງຈີນ ຈະຖ່າຍທອດດ້ວຍສັບພະສື່ ເປັນຕົ້ນໂທລະພາບ, ວິທະຍຸ ແລະ ສື່ໃໝ່, ສິ່ງນີ້ຈະເປັນເວທີການສະແດງທີ່ແຂງແຮງສຳລັບການສະເຫລີມສະຫລອງງານກິລາໂອລິມປິກ ກັບຄືນສູ່ປາຣີ ຄົບຮອບ 100 ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments