Friday, September 27, 2024
Homeຂ່າວພາຍໃນປະເມີນຜົນການປະຕິບັດກົດໝາຍ ໃນຄວາມຮັບຜິດຊອບຂອງອົງການໄອຍະການປະຊາຊົນ ຄັ້ງທີ II

ປະເມີນຜົນການປະຕິບັດກົດໝາຍ ໃນຄວາມຮັບຜິດຊອບຂອງອົງການໄອຍະການປະຊາຊົນ ຄັ້ງທີ II

ກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດຄວາມຮັບຜິດຊອບຂອງອົງການໄອຍະການປະຊາຊົນ ຄັ້ງທີ II ໄຂຂຶ້ນໃນວັນທີ 6-7 ເມສາ 2023, ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ ແຫ່ງ ຣາຊະອານາຈັກລຸກຊຳບວກ (ILSTA), ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ສານປະຊາຊົນສູງສຸດ, ສານທະຫານຂັ້ນສູງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ລະດົມຄໍາຄິດເຫັນ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາທີ່ບໍ່ສອດຄ່ອງ, ເປັນຊ່ອງຫວ່າງ, ມີຜົນກະທົບ ຫລື ບໍ່ສາມາດຈັດຕັ້ງປະຕິບັດໄດ້ ເຊິ່ງບັນດາຄໍາຄິດຄໍາເຫັນດັ່ງກ່າວ ມີຄວາມສໍາຄັນ ແລະ ເປັນປະໂຫຍດຢ່າງຍິ່ງ ໃຫ້ແກ່ການເຮັດບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ແລະ ເປັນພື້ນຖານໃຫ້ແກ່ການປັບປຸງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ຕາມແຜນການປັບປຸງ ແລະ ສ້າງກົດໝາຍຂອງສະພາແຫ່ງຊາດ ຊຸດທີ X ໃນໄລຍະ ປີ 2026-2030 ໃຫ້ນັບມື້ມີຄວາມຄົບຖ້ວນ, ສົມບູນ ແລະ ຮອບດ້ານຂຶ້ນກວ່າເກົ່າ, ສອດຄ່ອງກັບສະພາບຕົວຈິງ ຂອງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ເປັນເຄື່ອງມືອັນສໍາຄັນໃນການປົກຄອງລັດ-ຄຸ້ມຄອງສັງຄົມ ໃຫ້ເປັນລະບົບກົມກຽວ, ລວມສູນຖືກຕ້ອງ ຍຸຕິທຳ, ເປັນເອກະພາບ ແລະ ປະສິດທິຜົນ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສີວິໄລ ຢ່າງບໍ່ຢຸດຢັ້ງ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນ ເພື່ອເປັນການຈັດຕັ້ງປະຕິບັດຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ແລະ ປະຕິບັດຕາມ ໜັງສືສະເໜີຂອງຄະນະກໍາມະທິການຍຸຕິທໍາ ສະພາແຫ່ງຊາດ ສະ ບັບເລກທີ105/ກມຍທ, ລົງວັນທີ 9 ສິງຫາ 2022 ກ່ຽວກັບການລາຍງານຜົນການຄົ້ນຄວ້າ ແລະ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດຍຸຕິທໍາ ຈໍານວນ 4 ສະບັບ. ໃນນັ້ນ, ກົດໝາຍໃນຂອບເຂດຄວາມຮັບຜິດ ຊອບຂອງອົງການໄອຍະການປະຊາຊົນ ມີ 2 ສະບັບ ຄື: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ຂ່າວ: ອອປສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments