Thursday, September 26, 2024
Homeຂ່າວຕ່າງປະເທດອາຊຽນຈະບັນລຸຂໍ້ຕົກລົງ ກ່ຽວກັບລະບົບນິເວດລົດໄຟຟ້າ

ອາຊຽນຈະບັນລຸຂໍ້ຕົກລົງ ກ່ຽວກັບລະບົບນິເວດລົດໄຟຟ້າ

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ທ່ານ Retno Marsudi, ລັດຖະມົນຕີ ກະຊວງ ການຕ່າງປະເທດ ອິນໂດເນເຊຍ ​ເປີດ​ເຜີຍວ່າ: ປະເທດຕ່າງໆ ຈະປະຕິບັດ ສຳເລັດ ຂໍ້ຕົກລົງ ທີ່ກອງປະຊຸມ ສຸດຍອດ ສະມາ ຄົມ ປະຊາຊາດ ອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ໃນເດືອນໜ້າ, ລວມ ມີ ບັນດາ ຂໍ້ຕົກລົງ ກ່ຽວກັບ ການ ພັດທະນາ ລະບົບ ນິເວດ ຂອງລົດໄຟຟ້າ ຢູ່ພາກພື້ນ. ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 42 ຈະຈັດຂຶ້ນ ແຕ່ວັນທີ 9–11 ພຶດສະພາ ຢູ່ ອິນໂດເນເຊຍ. ໃນກອງປະຊຸມ ກຸ່ມສະເພາະກິດ ຂັ້ນສູງ ກ່ຽວກັບ ການເຊື່ອມໂຍງ ເສດຖະກິດ, ບັນດາ ປະເທດ ອາຊຽນ ບັນລຸໄດ້ ຂໍ້ຕົກລົງ ສ້າງລະບົບ ຊີວະພາບ ໜູນຊ່ວຍ ລົດໄຟຟ້າ ໃນພາກພື້ນ. ບັນດາ ປະເທດ ຈະສ້າງ ຂໍ້ຕົກລົງ ດັ່ງກ່າວ ສຳເລັດ ທີ່ກອງປະຊຸມ ສຸດຍອດ ໃນ ເດືອນ ພຶດສະພານີ້. ພາຍ​ໃຕ້ ຫົວຂໍ້ “ຂອບຂະໜາດ ອາຊຽນ-ຈຸດສຸມ ຂອງການເຕີບໂຕ”.ຂະນະ​ທີ່ ອິນໂດເນເຊຍ ພວມ ສຸມໃສ່ 3 ຈຸດ​ສຸມ ບຸລິມະ ສິດ ລວມມີບັນດາ ບັນຫາຂອງ ອາຂຽນ, ຈຸດສຸມ ຂອງການເຕີບໂຕ ແລະ ການປະຕິບັດ ວິໄສທັດຂອງ ອາຊຽນ ກ່ຽວ ກັບ ມະຫາສະໝຸດ ອິນເດຍ-ປາ ຊີຟິກ (AOIP).

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments