Wednesday, September 25, 2024
Homeຂ່າວຕ່າງປະເທດຍອດຈຳນວນນັກທ່ອງທ່ຽວສາກົນເຂົ້າຢ້ຽມຢາມ ອິດສະຣາແອນເພີ່ມຂຶ້ນ

ຍອດຈຳນວນນັກທ່ອງທ່ຽວສາກົນເຂົ້າຢ້ຽມຢາມ ອິດສະຣາແອນເພີ່ມຂຶ້ນ

ສຳນັກຂ່າວຊິນຮວາຂອງ ສປຈີນ ລາຍງານວ່າ: ສຳນັກສະຖິຕິກາງ ຂອງອິດສະຣາແອນ ລາຍງານວ່າ: ຍອດຈຳນວນນັກທ່ອງທ່ຽວສາກົນ ທີ່ເດີນທາງມາຢ້ຽມຢາມປະເທດນີ້ ໃນໄລຍະເດືອນມີນາ ຜ່ານມາ ລວມມີ 351.900 ເທື່ອຄົນ, ເພີ່ມສູງຂຶ້ນ ຊື່ງເປັນຕົວເລກສະຖິຕິລາຍເດືອນສູງສຸດ ນັບແຕ່ເດືອນທັນວາ ປີ 2019 ຜ່ານມາ. ຕົວເລກດັ່ງກ່າວ ເປັນການ ຊີ້ແຈງເຖິງ ການເລີ່ມຟື້ນຕົວ ທາງດ້ານ ການທ່ອງທ່ຽວ ຂອງ ອິດສະຣາແອນ ນັບຕັ້ງແຕ່ ເປີດຊາຍແດນ ຕ້ອນຮັບ ນັກທ່ອງທ່ຽວ ທີ່ ສັກວັກຊິນ ແລະ ປິ່ນປົວຫາຍດີ ຈາກ ພະຍາດ ໂຄວິດ-19 ໃນເດືອນ ມັງກອນປີ 2022. ໂດຍສະເພາະ ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ) ລວມມີ 916.300 ເທື່ອຄົນ, ເພີ່ມຂຶ້ນ 3 ເທົ່າເທື່ອ ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ. ໃນນີ້ ນັກທ່ອງທ່ຽວ ຊາວຈີນ ກວມເອົາ 4.200 ເທື່ອຄົນ ແລະອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments